ປະທານປະເທດເຈືອງເຕີນຊາງອວຍພອນກຳລັງປ້ອງກັນຄວາມສະຫງົບ ໃນໂອກາດບຸນເຕັດ

ປະທານປະເທດເຈືອງເຕີນຊາງອວຍພອນກຳລັງປ້ອງກັນຄວາມສະຫງົບ ໃນໂອກາດບຸນເຕັດ - ảnh 1

ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​

ຢູ່​ກົມປ້ອງ​ກັນ​ຄວາມ​ສະຫງົບສັງຄົມ

(ພາບ:vov.vn)

(vovworld) -  ຕອນ​ເຊົ້າວັນ​ທີ 5/2,  ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ຢ້ຽມຢາມ​ກົມປ້ອງ​ກັນ​ຄວາມ​ສະຫງົບສັງຄົມ ​ແລະ ກົມຕຳຫຼວດ​ສືບສວນ​ອາດຊະຍາ​ກຳ​ຢາ​ເສບ​ຕິດໃນ​​ໂອກາດ​ບຸນ​ເຕັດ. ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຖື​ວ່າ: ​ໃນ​ສະພາບ​ປະ​ເທດ​ຊາດນັບ​ມື້​ນັບ​ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຫຼາຍ​ຂຶ້ນ​ຕື່ມ, ບົດບາດ​ຂອງ​ຂະ​ແໜງ​ປ້ອງ​ກັນ​ຄວາມ​ສະຫງົບ​ຍິ່ງ​ມີ​ຄວາມ​ສຳຄັນ​ກ່ວາ​ອີກ. ກົມປ້ອງ​ກັນ​ຄວາມ​ສະຫງົບສັງຄົມຕ້ອງ​ຊາບ​ຊືມ ​ແລະ ຜັນ​ຂະຫຍາຍ​ບັນດາ​ມະຕິ, ຄຳ​ສັ່ງ, ​ໂຄງການ​ປະຕິບັດ​ງານ​ຂອງ​ກະຊວງ, ກົມ​ໃຫ່ຍ, ດັດສົມ​ບັນດາ​ຈຸດໝາຍ, ຄຳ​ຮຽກຮ້ອງ​ຕ້ອງການ, ​ເປັນ​ເຈົ້າການກຳ​ສະພາບ​ການ, ​ເປັນ​ເສນາ​ທິການ​ແນະນຳ ​ແລະ ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ແຜນການ​ຕໍ່ສູ້…

  ​ເມື່ອ​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ພະນັກງານ​ນັກຮົບກົມຕຳຫຼວດ​ສືບສວນ​ອາດຊະຍາ​ກຳ​ຢາ​ເສບ​ຕິດໃນ​​ໂອກາດ​ບຸນ​ເຕັດ, ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ພັກ, ລັດ​ໄດ້​ສ້າງ​ທຸກ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ພະນັກງານ​ນັກຮົບ​ກຳລັງຕຳຫຼວດ​ສືບສວນ​ອາດຊະຍາ​ກຳ​ຢາ​ເສບ​ຕິດ ປະຕິບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ. ທ່ານ​ເນັ້ນໜັກ​ວ່າ: ພ້ອມ​ກັບ​ການ​ຊຸກຍູ້ການ​​ເຕີບ​ໂຕເສດຖະກິດ​, ໜ້າ​ທີ່​ຮັບ​ປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ແມ່ນ​ບໍ່​ໄດ້​ຖື​ເບົາ. ອົງຄະ​ນະ​ພັກ, ການ​ນຳກົມຕຳຫຼວດ​ສືບສວນ​ອາດຊະຍາ​ກຳ​ຢາ​ເສບ​ຕິດຄວນ​ສືບ​ຕໍ່​ຊີ້​ນຳ​ກຳລັງ​ເສີມ​ຂະຫຍາຍ​ບົດບາດ​ທົ່ວ​ປວງ​ຊົນ​ເຂົ້າຮ່ວມ​ການ​ຕໍ່ສູ້​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ.

ຂ່າວ/ບົດ​ອື່ນ