ປະທານປະເທດເຈືອງເຕິ໋ນຊາງເຂົ້າຮ່ວມກອງປະຊຸມຄວາມສະເໝີພາບລະຫວ່າງຍິງຊາຍ

ປະທານປະເທດເຈືອງເຕິ໋ນຊາງເຂົ້າຮ່ວມກອງປະຊຸມຄວາມສະເໝີພາບລະຫວ່າງຍິງຊາຍ - ảnh 1
ປະທານປະເທດເຈືອງເຕິ໋ນຊາງເຂົ້າຮ່ວມ
ກອງປະຊຸມຄວາມສະເໝີພາບລະຫວ່າງຍິງຊາຍ
(ພາບ: TTXVN)

(vovworld) - ວັນ​ທີ 27/9, ທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ​ ເຂົ້າ​ຮ່ວມ​ກອງ​ປະຊຸມການ​ນຳ​ທົ່ວ​ໂລກ​ ກ່ຽວ​ກັບຄວາມ​ສະເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ມອບ​ສິດ​ໃຫ້​ແມ່ຍິງ ​ໂດຍທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ (ສປຊ) Ban Ki Moon ​ແລະ ທ່ານປະທານ​ປະ​ເທດ​ຈີນ ສື​ຈິນຜິ​ງ ​ເປັນ​ປະທານ.

ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ຢືນຢັນ​ວ່າ, ຫວຽດນາມ ຈະ​ພ້ອມ​ກັບ ສປຊ ​ແລະ ປະຊາ​ຄົມ​ສາກົນ ມານະ​ພະຍາຍາມ ​ເພື່ອ​ຮັບປະກັນ​ສິດສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ຊຸກຍູ້​ຄວາມ​ກ້າວໜ້າ​ຂອງ​ແມ່​ຍິງ​ໃນ​ຊີວິດ​ດ້ານ​ການ​ເມືອງ, ​ເສດຖະກິດ, ສັງຄົມ ຢູ່​ທຸກ​ປະ​ເທດ. ທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ຍັງຊີ້​ແຈ້ງ​ບົດບາດ ​ແລະ ການ​ປະກອບສ່ວນ​ຂອງ​ແມ່ຍິງ​ຫວຽດນາມ ​ໃນ​ປະຫວັດ​ແຫ່ງ​ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ທ່ານ​ຊີ້​ແຈ້ງວ່າ, ລັດ​ຫວຽດນາມ ຍາມ​ໃດ​ກໍ່​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ຄວາມ​ກ້າວໜ້າ​ຂອງ​ແມ່​ຍິງ ​ແມ່ນ​ບຸລິ​ມາ​ສິດ​ອັນ​ດັບ​ໜຶ່ງ; ​ເນັ້ນ​ໜັກຜົນງານ​ຂອງ​ຫວຽດນາມ​ ໃນ​ການ​ສ້າງ​ກອບ​ກົດໝາຍ, ລະບອບ ​ແລະ ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບລະຫວ່າງ​ຍິງ - ຊາຍ ກໍ່​ຄື​ເລື່ອງ​ນຳ​ເອົາ​ບັນຫາ​ນີ້​ເຂົ້າ​ຍຸດ​ທະ​ສາດ, ລາຍການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ຢູ່​ຫວຽດນາມ.

​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ກໍ່​ເຂົ້າ​ຮ່ວມກອງ​ປະຊຸມ​ປະຈຳ​ປີ ຂໍ້​ລິ​ເລີ່​ມທົ່ວ​ໂລກ (CGI) 2015, ​ໂດຍ​ອະດີດປະທານາທິບໍດີ ອາ​ເມ​ລິ​ກາ Bill Clinton ຈັດ​ຕັ້ງ. ທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ກອງ​ທຶນ Clinton ຢູ່​ຫວຽດນາມ. ພິ​ເສດ​ແມ່ນ​ໃນ​ການ​ເບິ່ງ​ແຍງ ​ແລະ ປິ່ນປົວ​ພະຍາດ HIV/AIDS ກໍ່​ຄື​ພະຍາດ​ຕິດ​ແປດ​ອື່ນໆ. ສ່ວນອະດີດປະທານາທິບໍດີ ອາ​ເມ​ລິ​ກາ Bill Clinton ກໍ່​ຢືນຢັນ​ຈະ​ຊຸກຍູ້​ເພື່ອ​ໃຫ້​ກອງ​ທຶນ​ມີ​ຂໍ້​ລິ​ເລີ່​ມຕື່ມ​ອີກ ​ແລະ ​ໂຄງການ​ໃໝ່, ປະກອບສ່ວນ​ໜູນ​ຊ່ວຍ​ຫວຽດນາມ​ ໃນ​ວິວັດ​ແຫ່ງ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ຄວບ​ຄຸມພະ​ຍາດ ກໍ່​ຄື​ໃນ​ຂົງ​ເຂດ​ປ້ອງ​ກັນ, ຕ້ານ​ຜົນ​ຮ້າຍ​ຢ້ອນ​ຫຼັງ ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ກາດ.

 

ຂ່າວ/ບົດ​ອື່ນ