ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ50ປີແຫ່ງຂະບວນການ3ກຽມພ້ອມ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ50ປີແຫ່ງຂະບວນການ3ກຽມພ້ອມ - ảnh 1
ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ນາມມະຍົດ​ນັກ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ໃຫ້​ຄະນະ​ຊາວ​ໜຸ່ມ ຮ່າ​ໂນ້ຍ
(ພາບ: TTXVN)

(vovworld) – ຕອນ​ຄຳ່​ວັນ​ທີ 7/8, ​ໄດ້​ດຳ​ເນີນພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງຂະ​ບວນການ 3 ກຽມ​ພ້ອມ​ຢູ່​ຮ່າ​ໂນ້ຍ, ​ໂດຍ​ສູນ​ກາງ​ຊາວ​ໜຸ່ມກອມ​ມູນິດ ​ໂຮ່ຈີ​ມິນ ​ແລະ ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ນະຄອນ ຮ່າ​ໂນ້ຍ ສົມທົບ​ກັນ​ຈັດ​ຕັ້ງ. ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ບັນດາ​ຜູ້​ແທນ​ໄດ້​ທົບ​ທວນຄືນ​ປະຫວັດສາດ ​ແລະ ຄວາມ​ໝາຍ​ຂອງ​ຂະ​ບວນການ “3 ກຽມພ້ອມ”, ​ໂດຍ​ຄະນະ​ຊາວ​ໜຸ່ມ ຮ່າ​ໂນ້ຍ  ປຸກລະດົມ​ໃນ​ວັນ​ທີ 9/8/1964 ດ້ວຍ​ເນື້ອ​​ໃນ: “ກຽມພ້ອມ​ເຂົ້າ​​ເປັນ​ທະຫານ, ກຽ​ມພ້ອມ​ຕໍ່ສູ້, ກຽມ​ພ້ອມເສຍ​ສະຫຼະຊີວິດ, ກຽມພ້ອມ​​ໄປ​​ເຖິງ​ບໍ່​ວ່າ​ແຫ່ງ​ໃດ, ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​​ເມື່ອ​ປະ​ເທດມີ​ຄວາມ​ຕ້ອງການ”. ​​ຈາກ​ນັ້ນ, ຂະ​ບວນການ “3 ກຽມພ້ອມ” ​ໄດ້​ແຜ່​ຂະຫຍາຍ​ຢ່າງ​ແຮງ​ນັບ​ແຕ່​ຊຸມ​ວັນ​ທຳ​ອິດ​ດ້ວຍການ​​ໄດ້​ລົງ​ຖະໜົນ​ຄັດຄ້ານ​ການ​ກະທຳ​ຂອງ​ຈັກກະພັດ​ອາ​ເມ​ລິ​ກາ ທີ່ລະ​ເມີດ​ເຂດ​ນ່ານຟ້າ, ນ່ານທະ​ເລ​ຢູ່​ພາກ​ເໜືອ ຫວຽດນາມ ຂອງຊາວ​ໜຸ່ມ​ນະຄອນຫຼວງ 26.000 ຄົນ, ນີ້​ກໍ່​ແມ່ນ​ຂະ​ບວນການ​ປະຕິວັດທີ່​ກ້ວາງ​ຂວາງ, ​ທີ່​ສຸດ​ຂອງ​ຊາວ​ໜຸ່ມ​ໃນ​ສະຕະວັດ​ທີ 20 ​ເຊິ່ງ ຮ່າ​ໂນ້ຍມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈວ່າ​ນັ້ນ​ແມ່ນບ່ອນລິ​ເລີ່​ມ ​ແລະ ​ໄດ້​ແຜ່​ລາມ​ອອກ​ຢ່າງ​ກ້ວາງ​ຂວາງ​ຢ່າງ​ວ່ອງ​ໄວ​ໃນ​ທົ່ວ​ພາກ​ເໜືອ, ອັນ​ໄດ້ກະຕຸກ​ຊຸກຍູ້​ຊາວ​ໜຸ່ມ​ໃນ​ໄລຍະ​ນັ້ນນັບ​ລ້ານ​ຄົນ​ເຂົ້າ​ຮ່ວມ​, ອຸ​ທິດສ່ວນ, ​ເສຍສະຫຼະ​ຊີວິດ​ເພື່ອ​ອຸດົມ​ຄະຕິ​ອັນ​ສູງ​ສົ່ງ, ​ເພື່ອ​ພື້ນຖານເອກະລາດ, ​ເສລີພາບຂອງ​ປະ​ເທດ​ຊາດ.

    ຮັບ​ຮູ້​ບັນ​ດາ​ຜົນງານ​ພິ​ເສດ​ໃນ​ຊຸມ​ປີ​ຕໍ່ຕ້ານ​ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ນາມມະຍົດ​ນັກ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ໃຫ້​ຄະນະ​ຊາວ​ໜຸ່ມ ຮ່າ​ໂນ້ຍ, ປຸກລະດົມ, ສົ່ງ​ເສີມ​ຈິດ​ໃຈ​ໃຫ້​ສະມາຊິກ​ຊາວ​ໜຸ່ມ​ເສີມ​ຂະຫຍາ​ຍພາລະກິດ​, ບົດບາດ​ເປັນ​ໄວ​ໜຸ່ມ​ນະຄອນຫຼວງ​ໃນ​​ໄລຍະ​ໃໝ່ເປັນ​ຢ່າງ​ດີ​.

 


ຂ່າວ/ບົດ​ອື່ນ