(vovworld) – ຕອນຄ່ຳວັນທີ 13/11, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ຈັ້ດຕັ້ງພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ແລະ ມອບນາມມະຍົດຄູປະຊາຊົນ, ຄູດີເດັ່ນປີ 2014.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ເນັ້ນໜັກວ່າ: “ເຄົາລົບຄູ, ເຄົາລົບຄຸນນະທາດ” ແມ່ນມູນເຊື້ອອັນດີງາມ, ແມ່ນສີສັນວັດທະນະທຳຂອງຊາດ ຫວຽດນາມ ໄດ້ຮັບການສ້າງຕັ້ງ, ເພີ່ມພູນຄູນສ້າງ ແລະ ໄດ້ຮັບການສືບທອດຜ່ານລຸ້ນຕ່າງໆ, ປະກອບສ່ວນສ້າງພື້ນຖານອະລິຍະທຳ ຫວຽດນາມ ນັບພັນປີ. ເພື່ອສືບທອດມູນເຊື້ອນັ້ນ, ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືການສຶກສາແມ່ນລັດຖະນະໂຍບາຍອັນດັບໜຶ່ງ, ແມ່ນກຳລັງໜູນໃຫ້ແກ່ການພັດທະນາຂອງປະເທດຊາດ, ຖືບົດບາດທີ່ຕັ້ງຂອງຄູອາຈານເປັນສຳຄັນ.
ເພື່ອຍົກສູງປະສິດທິຜົນຂອງພາລະກິດສຶກສາໃນພາລະກິດປ່ຽນໃໝ່, ກໍ່ສ້າງປະເທດຊາດກ່ວາອີກ, ທ່ານປະທານປະເທດ ເຈືອງເຕີນຊາງ, ເນັ້ນໜັກວ່າ:
“ກະຊວງສຶກສາ ແລະ ບຳລຸງສ້າງຄວນເອົາໃຈໃສ່ເປັນພິເສດເຖິງການຊີ້ນຳວຽກງານພັດທະນາຖັນແຖວຄູອາຈານ ແລະ ພະນັກງານຄຸ້ມຄອງໃຫ້ມີປະສິດທິຜົນກ່ວາອີກ, ເບິ່ງແຍງດູແລ ຍົກສູງຄຸນນະທາດດ້ານການເມືອງ, ຄຸນສົມບັດ, ລະດັບວິຊາສະເພາະຂອງຄູອາຈານ, ວິຊາການຂອງຄູອາຈານເພື່ອຄູອາຈານສັນຍາລັກແຫ່ງຄວາມຮູ້ ແລະ ຄຸນນະທາດ, ແມ່ນຜູ້ສົ່ງຄວາມເມົາມົວຮ່ຳຮຽນ, ເຖິງນັກຮຽນ, ເປັນຜູ້ຊອກຮູ້, ຄົ້ນຫາຄວາມຮູ້... ມີຖັນແຖວຄູອາຈານຄືແນວນັ້ນຈະແມ່ນບັນດາປັດໄຈຕັດສິນຊີ້ຂາດຊ່ວຍໃຫ້ຂະແໜງປະຕິບັດໜ້າທີ່ປ່ຽນໃໝ່ການສຶກສາໂດຍພື້ນຖານ, ຮອບດ້ານເຊິ່ງພັກ, ລັດ ແລະ ປະຊາຊົນໄດ້ວາງອອກຢ່າງມີໄຊ.”
ເນື່ອງໃນໂອກາດນີ້, ກະຊວງສຶກສາ ແລະ ບຳລຸງສ້າງໄດ້ມອບນາມມະຍົດຄູອາຈານປະຊາຊົນໃຫ້ 39 ຄົນ ແລະ ນາມມະຍົດຄູດີເດັ່ນໃຫ້ 680 ຄົນ.