ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີເປີດສະໜາມບິນອັດຕະປື

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີເປີດສະໜາມບິນອັດຕະປື - ảnh 1
(ທ່ານປະທານປະເທດເຈືອງເຕີນຊາງ
ເຂົ້າຮ່ວມພິທີເປີດສະໜາມບິນອັດຕະປື)


​(vovworld) -  ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​​ເລຂາທິການ​ໃຫຍ່​ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິ​ວັດ​ລາວ, ປະທານ​ປະ​ເທດ ສປປ.ລາວ ຈຸມ​ມາ​ລີ ​ໄຊ​ຍະ​ສອນ, ຕອນ​ເຊົ້າ​ວັນ​ທີ 30/05, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອ​ນ​ເຕີນ​ຊາງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​​ສະໜາມ​ບິນ​ສາກົນ ອັດ​ຕະປີ (​ແຂວງ​ອັດ​ຕະປື, ພາກ​ໃຕ້​ຂອງ​ລາວ). ນີ້​ແມ່ນ​ໂຄງການ​ຈຸດ​ສຸມ​ມີ​ຄວາມ​ໝາຍ​ທາງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ​ທີ່​ໃຫຍ່​ຫຼວງ, ​ແມ່ນ​ຂົວ​ເຊື່ອມ​ຕໍ່​ດ້ານ​ເສດຖະກິດ​ການ​ເມືອງ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ​ຫວຽດນາມ - ລາວ. ​ສະໜາມ​ບິນ​ສາກົນ​ອັດ​ຕະປື ​ແມ່ນ​​ໂຄງການ​ຈຸດ​ສຸມ​ຂອງ​ລາວ ​ໂດຍ​ກຸ່ມ​ບໍລິສັດ ຮ່ວາງ​ແອ​ງຢາ​ລາຍ ອຸປະຖຳ​ໃຫ້​ລັດ​ຖະບານ​ລາວ ກໍ່ສ້າງ​ຕາມ​ຮູບ​ແບບ BOT (ກໍ່ສ້າງ ​ແລະ ມອບ​ສົ່ງ) ດ້ວຍ​ຈຳນວນ​ເງິນ 36 ລ້ານ USD. ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​​ສະໜາມ​ບິນສາກົນ​ອັດ​ຕະປື, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ນັກ​ວ່າ.

        “ສະໜາມ​ບິນ​ສາກົນ​ອັດ​ຕະປື ​ໄດ້​ຮັບ​ການ​ກໍ່ສ້າງດ້ວຍ​ມາດຖານ ​ແລະ ຂອບຂະໜາດ​ທັນ​ສະ​ໄໝ ຈະປະກອບສ່ວນ​ສຳຄັນ​ໃນ​ການ​ຍົກ​ສູງ​ພື້ນຖານ​ໂຄງ​ລ່າງ​ຂອງ​ແຂວງ​ອັດ​ຕະປື. ສະໜາມ​ບິນ​ບໍ​ພຽງ​ແຕ່​ຊ່ວຍ​ໃຫ້ການ​ໄປ​ມາ​ລະຫວ່າງ​ອັດ​ຕະປື ກັບ​ບັນດາ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ ​ໃຫ້​ສະ​ດວດ​ກວ່າ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ລະຫວ່າງ​ລາວ​ກັບ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​, ສ້າງ​ຄວາມ​ສະ​ດວກ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນແລກ​ປ່ຽນ​ປະຊາຊົນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ລົງທຶນ, ການ​ຄ້າ​ກັບ​ພາກ​ໃຕ້​ຂອງ​ລາວອີກ​ດ້ວຍ”.

ຂ່າວ/ບົດ​ອື່ນ