ປະທານປະເທດເຈືອນເຕີນຊາງ ຕ້ອນຮັບຄະນະ ນັກຮົບເກົ່າໂຊວຽດ

ປະທານປະເທດເຈືອນເຕີນຊາງ ຕ້ອນຮັບຄະນະ ນັກຮົບເກົ່າໂຊວຽດ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ
ພົບ​ປະ​ກັບຄະ​ນະ​ຜູ້​ແທນ​ອະ​ດີດນັກຮົບ​ເກົ່າ​ໂຊ​ວຽດ​
(ພາບ: TTXVN)

(vovworld) -     ວັນ​ທີ 4/12, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ພົບ​ປະ​ຢ່າງ​ສະ​ໜິດສະໜົມ​ກັບຄະ​ນະ​ຜູ້​ແທນ​ອະ​ດີດນັກຮົບ​ເກົ່າ​ໂຊ​ວຽດ​ລວມ​ມີ 30 ຄົນ, ​ເຊິ່ງ​​ອະ​ດີ​ດ​ເ​ປັ​ນ​ທີ່​ປຶ​ກສາ, ຜູ້​ຊ່ຽວຊານ​ທີ່​ມີ​ການ​ອຸທິດ​ສ່ວນ​ຢ່າງ​ໃຫ​ຍ່​ຫຼວງ​ໃຫ້​ແກ່​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ຂອງ​ຫວຽດນາມ ​​ໃນ​​ໄລຍະ 40 ປີ​ກ່ອນ​ນີ້. ບັນດາ​ຜູ້​ແທນທີ່​ຕາງໜ້າ​ໃຫ້ນັກຮົບ​ເກົ່າ​ລັດ​ເຊຍ, ​ອູ​ແຫຼນ, ​ເບ​ລາຣຸດ ​ໄດ້ຫວນ​ຄືນ​ໄລຍະທາງ​ທີ່​ພ້ອມ​ກັນ​ທະ​ຫານ, ປະຊາຊົນ​ຫວຽດນາມ ຮຽງ​ບ່າ​ຮຽງ​ໄຫຼ່​ຕໍ່​ສູ່​ປົດ​ປ່ອຍ​ຍາດ​ເອົາ​ເອກະລາດ ແລະ ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ໜ້າ​ທີ່​ອັນ​ສູງ​ສົ່ງ ແລະ ແມ່ນ​ຄ​ວາມ​ເ​ປັ​ນກຽດ​ໃນ​ພາລະກິດ​ການ​ທະຫານ​ຂອງ​ແຕ່ລະຄົນ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​ເນັ້ນ​ໜັກ​ວ່າ, ​ໃນ​ການ​ສູ້​ຮົບ​ທີ່​ພິລະ​ອາດ​ຫານ, ມີ​ລັກສະນະ​ເປັ​ນບາດ​ລ້ຽວຕັດສິນ, ນຳ​ມາ​ເຊິ່ງ​ໄຊຊະນະຢ່າງ​ສົມ​ບຸນໃຫ້​ແກ່​ຫວຽດນາມ, ໄດ້ມີການ​ປະກອບ​ຢ່າງ​ໃຫຍ່​ຫຼວງ​ຂອງ​ນັກຮົບ​ເກົ່າ​ໂຊ​ວຽດ. ຍາມ​ໃດ​ປະຊາຊົນ​ຫວຽດນາມ ກໍ​ຈົດ​ຈຳ, ​ຮູ້​ບ​ູນ​ຄຸນ​ການ​ຊ່ວຍ​ເຫຼືອ​ຂອງ​ນັກຮົບ​ເກົ່າ, ຄວາມ​ສາມັກ​ຄີ​ຂອງ​ຫວຽດນາມ ກັບ​ບັນດາ​ເຜົ່າ​ລັດ​ເຊຍ, ​ເບ​ລາຣຸ​ດ ​ແລະ ​ອູ​ແກຼນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເຊື່ອ​ໝັ້ນ​ວ່າ ບັນດາ​ນັກຮົບ​ເກົ່າ​ໂຊ​ວຽດ ຈະ​ມີ​ບັນດາ​ການ​ປະກອບສ່ວນ​ຢ່າງ​​ແທດ​ຈິງ​ໃນ​ປະ​ຈຸ​ບັນ, ​ເພື່ອຍົກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​​ໃນ​ໂລກ.

ຂ່າວ/ບົດ​ອື່ນ