ປະທານປະເທດເປັນປະທານກອງປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳແຜນຍຸດທະສາດກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມ

(VOVWORLD) -ຕອນບ່າຍວັນທີ 3 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຫົວໜ້າຄະນະຊີ້ນຳແຜນຍຸດທະສາດກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມເຖິງປີ 2030, ກຳນົດທິດເຖິງປີ 2045 ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳ
ປະທານປະເທດເປັນປະທານກອງປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳແຜນຍຸດທະສາດກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມ - ảnh 1ທ່ານປະທານປະເທດຫງວຽນຊວນຟຸກກ່າວຄຳເຫັນທີ່ກອງປະຊຸມ

     ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ :

   “ ຈິດໃຈແມ່ນພວກເຮົາໄດ້ມີແຜນທີ່ມີລັກສະນະຍຸດທະສາດ, ແທດຈິງທີ່ມີຕໍ່ປະຊາຊົນ ແລະ ອົງການແຫ່ງລັດ, ແມ່ນລັດແຫ່ງກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ມີຄຳຄິດເຫັນຫຼາຍຂໍ້ ສະເໜີວ່າ ຄວນມີບັນດາບາດກ້າວບຸກທະລຸທີ່ຈຳເປັນເພື່ອໃຫ້ ລັດແຫ່ງກົດໝາຍສັງຄົມນິຍົມ ໃນໄລຍະທີ່ຈະມາເຖິງ, ວິໄສທັດເຖິງປີ 2045 ຮັບປະກັນຜົນສຳເລັດ. ໃນນັ້ນ ມີບັນຫາປົກປ້ອງປະຊາຊົນ, ປົກປ້ອງມະນຸດ, ສ້າງກົດລະບຽບວິໄນຂອງປະເທດຊາດ, ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ລະບົບກົດໝາຍຮັບປະກັນການເຊື່ອມໂຍງສາກົນ. ລັດແຫ່ງກົດໝາຍສັງຄົມນິຍົມຫວຽດນາມແມ່ນຖືເອົາລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈິມິນແມ່ນພື້ນຖານດ້ານແນວຄິດເພື່ອປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ”.

     ຕີລາຄາສູງເລື່ອງບັນດາສະມາຊິກເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳເຫັນຢ່າງສຸດຈິດສຸດໃຈ ແລະ ມີຄຸນນະພາບ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ :

     “  ແຜນດັ່ງກ່າວ ຮັບໃຊ້ການພັດທະນາຂອງປະເທດຊາດ, ຮັບໃຊ້ປະຊາຊົນ, ຮັບປະກັນປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ, ສັງຄົມຍຸດຕິທຳ, ປະຊາທິປະໄຕ ແລະ ສີວິໄລ. ບັນດາກຸ່ມສິດອຳນາດກໍລ້ວນແຕ່ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ເພື່ອໃຫ້ປະເທດຊາດພັດທະນາແບບຍືນຍົງ”

ຕອບກັບ

ຂ່າວ/ບົດ​ອື່ນ