ປະທານລັດຖະສະພາອີນໂດເນເຊຍ ເລີ່ມຕົ້ນການ ຢ້ຽມຢາມຫວຽດນາມ

ປະທານລັດຖະສະພາອີນໂດເນເຊຍ ເລີ່ມຕົ້ນການ ຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ປະທານ​ລັດຖະສະພາ​ອີນ​ໂດ​ເນ​ເຊຍ Sidarto Danusubroto
(ພາບ: antaranews.com)


(vovworld) - ຕອນ​ບ່າຍ​ວັນ​ທີ 01/03, ທ່ານ​ປະທານ​ລັດຖະສະພາ​ອີນ​ໂດ​ເນ​ເຊຍ Sidarto Danusubroto ນຳ​ໜ້າ​ຄະນະ​ຜູ້​ແທນລັດຖະສະພາ ສ.ອີນ​ໂດ​ເນ​ເຊຍ ​ໄດ້​ມາ​ຮອດ​ຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ.

        ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ ​ເປັນ​ເວລາ 5 ວັນ (​ແຕ່​ວັນ​ທີ 01 – 05/03), ຄາດ​ວ່າ, ທ່ານປະທານ​ລັດຖະສະພາ​ອີນ​ໂດ​ເນ​ເຊຍ Sidarto Danusubroto ຈະ​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ, ພົບ​ປະ​​ເຈລະຈາກັບ​ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ​ໄປຢ້ຽມຢາມ​​​ທັດສະນີ​ຍະ​ພາບ, ​ເຂດປູຊະນີຍະສະຖານປະ​ຫວັດ​ສາດ​ບາງ​ແຫ່ງ ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ