ປະທານວຸດທິສະພາ ມ້ຽນມາ ຄິນອອງມິນ ສິ້ນສຸດການຢ້ຽມຢາມ ຫວຽດນາມ

ປະທານວຸດທິສະພາ ມ້ຽນມາ ຄິນອອງມິນ ສິ້ນສຸດການຢ້ຽມຢາມ ຫວຽດນາມ - ảnh 1
( ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung
ເຈລະຈາກັບທ່ານ​ປະທານວຸດ​ທິສະພາ ມ້ຽນ​ມາ )


( vovworld ) -   ວັນ​ທີ 24/6, ທ່ານ​ປະທານວຸດ​ທິສະພາ ມ້ຽນ​ມາ ຄິນອອງມິນ ​​​ໄດ້ເດີ່ນ​ທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ ​ເປັນ​ທາງ​ການຢ່າງ​ຈົບງາມ. ​ໃນ​​ໄລຍະຢູ່​ຢ້ຽມຢາມ​ຫວຽດນາມ ​ແຕ່​ວັນ​ທີ 20 – 24/6, ທ່ານ​ປະທານວຸດ​ທິສະພາ ມ້ຽນ​ມາ ຄິນອອງມິນ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ ​ໄດ້ຮັບ​ການ​ຕ້ອນຮັບ​, ເຈລະຈາ ​ແລະ ​ຮັບ​ງານລ້ຽງຈາກທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung​. ຄະນະ​​ກໍ​​ໄດ້ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong; ພົບ​ປະ​ກັບ​ທ່ານ​ປະທານ​ປະ​ເທດ Truong Tan Sang. ສອງ​ຝ່າຍ​ໄດ້​​ແລກປ່ຽນ​ຄວາມ​ເຫັນກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທາງການ​ເມືອງ, ການ​ຕ່າງປະ​ເທດ, ​ເສດຖະກິດ​ສັງຄົມ​ຂອງ​ແຕ່ລະ​ປະ​ເທດ; ​ເປັນ​ເອກະ​ພາບ​ນຳ​ກັບ, ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນທຸກຂັ້ນ​ກວ່າ​ອີກ, ສົ່ງ​ເສີມ​ການ​ສ້າງ​ຕັ້ງ​ກຸ່ມ​ສະມາຊິກ​ສາ​ພາ​ແຫ່ງ​ຊາດມິດຕະພາບ​ໂດຍ​ໄວ, ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ; ສືບ​ຕໍ່​ການຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ, ລັດຖະສະພາ​ຫຼາຍ​ຝ່າຍ, ຜ່ານ​ນັ້ນ​ຍົກ​ສູງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ສ້າງ​ພື້ນຖານ​ທີ່ໝັ້ນຄົງ​ໃຫ້​ແກ່​ການ​ເປິ​ດກວ້າງ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ, ການ​ລົງທຶນ ​ແລະ ບັນດາ​ຂົງ​ເຂດ​ອື່ນໆ.

ຂ່າວ/ບົດ​ອື່ນ