ປະທານສູນກາງແນວໂຮມປະເທດຊາດຫວຽດນາມຕ້ອນຮັບທູດສະຫະພັນລັດເຊຍ

ປະທານສູນກາງແນວໂຮມປະເທດຊາດຫວຽດນາມຕ້ອນຮັບທູດສະຫະພັນລັດເຊຍ - ảnh 1
(ປະທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​
ຕ້ອນຮັບ​ທູດ​ສະຫະພັນ​ລັດ​ເຊຍ)


(vovworld) - ຕອນ​ບ່າຍ​ວັນ​ທີ 8/12, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​​ ຫງວຽນ​ທ້ຽນ​ເຍິນ ​ໄດ້​ໃຫ້ການຕ້ອນຮັບທ່ານ​ເອກ​ອັກຄະ​ລັດຖະທູດສະຫະພັນ​ລັດ​ເຊຍ ປະຈຳ​ຫວຽດນາມ Andrei kovtun ​ເຂົ້າ​ຢ້ຽມ​ຄຳນັບ, ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ. ທ່ານ ຫງວຽນ​ທ້ຽນ​ເຍິນ​ຢັ້ງຢືນ​ວ່າ, ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ສະຫະພັນ​ລັດ​ເຊຍ, ຖື​ລັດ​ເຊຍ​ ແມ່ນ​ບຸລິ​ມາ​ສິດ​ສູງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ. ​ເລື່ອງ​ສອງ​ປະ​ເທດ​ຍົກ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃນ​ໄລຍະ​ໃໝ່​ມີ​ຄວາມ​ໝາຍ​ສຳຄັນ ​ເພື່ອ​ເຮັດ​ໃຫ້ການ​ຮ່ວມ​ມື​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ​ແທດ​ຈິງ​ໃນ​ທຸກ​ຂົງ​ເຂດ. ​ ຕີ​ລາຄາ​ສູງການ​ປະກອບສ່ວນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ໃນ​ອະ​ຍຸ​ການ​ປະຕິບັດ​ງານ, ທ່ານ ຫງວຽນ​ທ້ຽນ​ເຍິນ​ຫວັງ​ວ່າ, ​ທ່ານ​ເອກ​ອັກຄະ​ລັດຖະທູດ Andrei kovtunຈະ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ