ປະທານສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນຢ້ຽມຢາມໝູ່ເກາະຫຼີ໋ີເຊີນ

ປະທານສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນຢ້ຽມຢາມໝູ່ເກາະຫຼີ໋ີເຊີນ - ảnh 1
ປະທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຫງວຽນ​ທ້ຽນ​ເຍີນຢ້ຽມຢາມ​ໝູ່​ເກາະ​ຫຼີ໋ີ​ເຊີນ

(vovworld) –  ຕອນ​ເຊົ້າ​ວັນ​ທີ 19/7, ​ເມື່ອ​ລົງ​ຢ້ຽມຢາມ​ຮູບ​ແບບ​ປູກ​ໝາກ​ໂມ, ຜັກກ​ທຽມ​ໃນ​ເມືອງ​ເກາະ ຫຼີ໋​ເຊີນ, ທ່ານ ຫງວຽນ​ທ້ຽນ​​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ລະ​ດົມ​ກຳລັງ​ໃຈ​ພໍ່​ແມ່ນ​ປະຊາຊົນ​ຊາວ​ກະສິກຳ ສືບ​ຕໍ່​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຈາກ​ດິນ​ຟ້າ​ອາ​ກາດ​ເພື່ອ​ພັດທະນາ​ເຄື່ອງໝາຍ​ການ​ຄ້າ ຫົວ​ຜັກ​ທຽມ ຫຼີ໋ເຊີນ ​ໃຫ້ນັບ​ມື້​ນັບ​ຍືນ​ຍົງ. ​ເມື່ອ​ໂອ້​ລົມ​ກັບ​ປະຊາຊົນ, ທ່ານ​ປະທານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ລະດົມ​ພໍ່​ແມ່​ປະຊາຊົນ​ອູ່ນອຽນ​ໃຈ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ບັນດາ​ນະ​ໂຍບາຍ​ຂອງ​ພັກ, ລັດ ​ໃນ​ການ​ໜູນ​ຊ່ວຍ​ຫາ​ປາ​ໄກ​ຝັ່ງ, ພິ​ເສດ​ແມ່ນ​ບ້ວງ​ສິ​ນ​ເຊື່ອ 16.000 ຕື້​ດົ່ງ​ທີ່ໃຫ້​ຊາວ​ປະມົງກູ້​ຢືມ​ເພື່ອ​ຕໍ່​ກຳ​ປັ່ນ​ໃໝ່ ​ແລະ ສ້ອມ​​ແປງ​ກຳ​ປັ່ນ​ຫາ​ປາ:

    “ລັດ​​ໃຫ້​ກູ້​ຢືມ​ເງິນ​ເພື່ອຕໍ່​ກຳ​ປັ່ນ​ໃໝ່, ລັດ​ຊື້​ບັດ​ປະກັນ​​ໄພໃຫ້​ກຳ​ປັ່ນ ​ແລະ ປະກັນ​ຊີວິດອີກ, ການ​ບຳລຸງ​ສ້າງ​ກໍ່​ບໍ່​ເສຍ​ເງິນ. ສ່ວນ​ຊາວ​ປະມົງ ປະກອບ​ສ່ວນ​ໃດ​ສ່ວນ​ໜຶ່ງເພື່ອຕໍ່​ກຳ​ປັ່ນ. ມື້​ນີ້, ຄະນະ​ປະຕິບັດ​ງານ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ມາ​​ແຫ່ງ​ນີ້​ເພື່ອ​ມອບ​ຈຳນວນ​ເງິນ​​ເຊິ່ງ​ພໍ່​ແມ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ຝາກ​ມາ​​ເພື່ອ​ໜູນ​ຊ່ວຍ​ຕຳຫຼ​ວດທະ​ເລ, ກຳລັງ​ກວດກາ​ການ​ປະມົງ ​ແລະ ຊາວ​ປະມົງ.”

    ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ມອບ​ໃຫ້​ຊາວ​ປະມົງ​ເມືອງ ຫຼີ໋​ເຊີນ ຄັນ​ທຸງ 2.000 ຜືນ, ມອບ​​ເງິນ​ໃຫ້ 5 ຄອບຄົວຊາວ​ປະມົງ​ພວມ​ຕໍ່​ກຳ​ປັ່ນ​ໃໝ່, ​ແຕ່ລະ​ຄອບຄົວ 300 ລ້ານ​ດົ່ງ, ມອບ​ເງິນໃຫ້​​ 5 ຄອບຄົວ​ພະນັກງານທະຫານ​ປ້ອງ​ກັນຊາ​ຍ​ແດນ​ທີ່​ປະສົບ​ກັບ​ຄວາມ​ຫຍຸງ​ຍາກ​ແຕ່​ລະ​ຄອບຄົວ 60 ລ້ານ​ດົ່ງ ​ແລະ ມອບຂອງຂວັນ 200 ພູດ​​ໃຫ້ຊາວ​ປະມົງ​ໃນ​ເກາະ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 1,5 ລ້ານ​ດົ່ງ.

 


ຂ່າວ/ບົດ​ອື່ນ