ປະທານສະພາຕ່ຳຝລັ່ງຕ້ອນຮັບ,ເຈລະຈາກັບປະທານສະພາແຫ່ງຊາດຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 01 ເມສາ, ຢູ່ສຳນັກງານສະພາຕ່ຳຝລັ່ງ, ນະຄອນຫຼວງປາຣີ, ທ່ານປະທານສະພາຕ່ຳສາທາລະນະລັດຝລັ່ງ Richard Farrand, ໄດ້ເປັນປະທານພິທີຕ້ອນຮັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ.
ປະທານສະພາຕ່ຳຝລັ່ງຕ້ອນຮັບ,ເຈລະຈາກັບປະທານສະພາແຫ່ງຊາດຫວຽດນາມ - ảnh 1(ການເຈລະຈາພາຍຫຼັງພິທີຕ້ອນຮັບ)

ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນການພົວພັນກັບຝລັ່ງ ໃນນະໂຍບາຍການຕ່າງປະເທດ ແລະ ປາດຖະໜາວ່າ ໃນໄລຍະຈະມາເຖິງ, 2 ຝ່າຍຈະສືບຕໍ່ສົມທົບກັນ, ເຮັດໃຫ້ບັນດາເນື້ອໃນຮ່ວມມືໃນການພົວພັນລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງນະໂຍບາຍຂອງຝລັ່ງ ແມ່ນເພີ່ມທະວີການຮ່ວມມືດ້ານເສດຖະກິດກັບຫວຽດນາມ ແລະ ສະເໜີໃຫ້ 2 ຝ່າຍໜູນຊ່ວຍວິສາຫະກິດສຳຜັດຕະຫຼາດຂອງກັນ; ສະເໜີໃຫ້ຝລັ່ງ ໜູນຊ່ວຍຫວຽດນາມ ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໂດຍໄວ. ນີ້ແມ່ນບັນຫາສຳຄັນ, ຮັບໃຊ້ຜົນປະໂຫຍດຂອງທັງຫວຽດນາມ ແລະ ອີຢູ, ໃນນັ້ນມີຝລັ່ງ… ທ່ານນາງປະທານສະພາແຫ່ງຊາດ ກໍ່ສະເໜີໃຫ້ຝລັ່ງ ສະໜັບສະໜູນການຍົກເລີກຄຳກ່າວເຕືອນ “ບັດເຫຼືອງ” ຂອງ ອີຢູ ສຳລັບຫວຽດນາມ; ພ້ອມທັງໃຫ້ຮູ້ວ່າ, ຫວຽດນາມ ພວມມານະພະຍາຍາມປະຕິບັດບັນດາຂໍ້ສະເໜີຂອງອີຢູ. ສະພາແຫ່ງຊາດຫວຽດນາມ ກໍ່ໄດ້ຮັບຮອງເອົາກົດໝາຍວ່າດ້ວຍສິນໃນນ້ຳ, ເຊິ່ງເລີ່ມມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2019 ເປັນຕົ້ນໄປ ເພື່ອແນໃສ່ສ້າງກອບກົດໝາຍໃຫ້ແກ່ຂົງເຂດນີ້.

        ສ່ວນທ່ານປະທານສະພາຕ່ຳຝລັ່ງ ໃຫ້ຮູ້ວ່າ, ຝລັ່ງ ແລະ ລັດຖະສະພາຝລັ່ງ ສະໜັບສະໜູນການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາ EVFTA ໂດຍໄວ; 2 ຝ່າຍຄວນຕັ້ງໜ້າຍາດແຍ່ງ, ຊຸກຍູ້ການລົງນາມຢ່າງເປັນທາງການ. ທ່ານປະທານສະພາຕໍ່າຝລັ່ງ ໃຫ້ຮູ້ວ່າ, ຈະມາຢ້ຽມຢາມຫວຽດນາມ, ພ້ອມກັບສະມາຊິກລັດຖະສະພາ ແລະ ວິສາຫະກິດຝລັ່ງ ເປັນຈຳນວນຫຼວງຫຼາຍ ໂດຍໄວ ເພື່ອສືບຕໍ່ຍູ້ແຮງການພົວພັນລະຫວ່າງ 2 ປະເທດ, 2 ລັດຖະສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ