ປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນຈາງເຕີຈຽງຢ້ຽມຢາມດ່າໜັງ

ປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນຈາງເຕີຈຽງຢ້ຽມຢາມດ່າໜັງ - ảnh 1
ທ່ານ ຈາງ​ເຕີ​ຈຽງ ພົບ​ປະ​ກັບ ​ທ່ານ
 ຫງວຽນ​ຊວນ​ແອ​ງ ​ເລຂາ​ຄະນະ​ພັກ​ນະຄອນ ດ່າ​ໜັງ
(ພາບ: baodanang.vn)

(vovworld) – ​ ​ໃນ​ຂອບ​ເຂດການ​ຢ້ຽມຢາມ​ມິດຕະພາບ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 10/11 ທ່ານ ຈາງ​ເຕີ​ຈຽງ ກຳມະການ​ປະຈຳ​ກົມ​ການ​ເມືອງ, ປະທານ​ສະພາ​ຜູ້​ແທນ​ປະຊາ​ຊົນ​​ແຫ່ງ​ຊາດ ຈີນ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ຈີນ ຢ້ຽມຢາມ​ນະຄອນ ດ່າ​ໜັງ, ທີ່​ນະຄອນ ດ່າ​ໜັງ ທ່ານ ຈາງ​ເຕີ​ຈຽງ ປະທານ​ສະພາ​ຜູ້​ແທນ​ປະຊາ​ຊົນ​​ແຫ່ງ​ຊາດ ຈີນ ມີ​ການ​ພົບ​ປະ​ກັບ​ທ່ານ ຫງວຽນ​ຊວນ​ແອ​ງ ​ເລຂາ​ຄະນະ​ພັກ​ນະຄອນ ດ່າ​ໜັງ ​ແລະ ທ່ານ ຫງວຽນ​ງ້ອກກວາງ ​ເລຂາ​ຄະນະ​ພັກ​ແຂວງ ກວາງ​ນາມ. ທ່ານ ຫງວຽນ​ຊວນ​ແອ​ງ ​ເລຂາ​ຄະນະ​ພັກ​ນະຄອນ, ປະທານ​ສະພາ​ປະຊາຊົນ​ນະຄອນ ດ່າ​ໜັງ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ບັນດາ​ທ້ອງ​ຖິ​່ນຂອງ ຈີນ ​ໃນ​ບັນດາ​ຂົງ​ເຂດ​ຄື: ການທ່ອງທ່ຽວ, ການ​ປູກຕົ້ນ​ໄມ້ຢູ່​ຕົວ​ເມືອງ, ການພັດທະນາ​ອຸດສາຫະກຳ​ເຕັກ​​ໂນ​ໂລ​ຢີສູງ, ການ​ກໍ່ສ້າງ​ນະຄອນ​ສະຫລາດ…​ມານະ​ພະຍາຍາມ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ ​ແລະ ຈີນ ປະຕິບັດ​ແຜນ​ນະ​ໂຍບາຍ​ລວມຂອງການ​ນຳ 2 ພັກ, 2 ລັດ ກ່ຽວ​ກັບ​ການ​ຊຸກ​ຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ເປັນ​ຢ່າງ​ດີ.

        ສ່ວນ​ທ່ານ ຫງວຽນ​ງ້ອກກວາງ ​ເລຂາ​ຄະນະ​ພັກ​ແຂວງ ກວາງ​ນາມ ​ກໍ່ແນະ​ນຳ​ກ່ຽວ​ກັບ​ບັນດາຄວາມ​ສາມາດ​ບົ່ມ​ຊ້ອນ ທ່າ​ແຮງ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖິ່ນ. ພາຍຫລັງ​​ເກືອບ 20 ປີ ນັບ​ແຕ່​ເມື່ອແຍກ​ອອກ​ແຂວງ, ​ແຂ​ວງ ກວາງ​ນາມ ພວມ​ພັດທະນາ​ຕາມ​ທິດ​ອຸດສາຫະກຳ - ທ່ອງ​ທ່ຽວ, ການ​ບໍລິການ - ກະສິກຳ, ມາ​ຮອດ​ປະຈຸ​ບັນລະດັບ​ການ​ເຕີບ​ໂຕ​ຂອງ​ແຂວງ​ໄດ້​​ເພີ່ມ​ຂຶ້ນທົ່ບຫລາຍ​ເທົ່າ.

        ສ່ວນ​ທ່ານ ຈາງ​ເຕີ​ຈຽງ ປະທານ​ສະພາ​ຜູ້​ແທນ​ປະຊາ​ຊົນ​​ແຫ່ງ​ຊາດ ຈີນ ປາດ​ຖະໜາ​ວ່າ: ກວາງ​ນາມ, ດ່າ​ໜັງ ພັດທະນາ​ໃນ​ບັນດາ​ຂົງ​ເຂດ ​ແລະ ​ເພີ່​ມທະວີ​ການ​ພົບ​ປະ​ແລ​ກປ່ຽນ, ການ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຈີ​ນ ຢ່າງ​ບໍ່​ຢຸດ​ຢັ້ງ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ການ​ພົວພັນ​ລະຫວ່າງ 2 ພັກ, 2 ລັດ.

 

ຂ່າວ/ບົດ​ອື່ນ