ປະທານສະພາສູງສ.ເຊັກໂກສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ປະທານສະພາສູງສ.ເຊັກໂກສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
(ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ
ທ່ານ Milan Stech, ປະທານ​ສະພາ​ສູງ ສ.ເຊັກໂກ)

(vovworld) ຕອນ​ບ່າຍ​ວັນ​ທີ 20 ພະຈິກ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ສູງ ສ.​ເຊັກ​ໂກ ​ໂດຍ​ທ່ານ Milan Stech, ປະທານ​ສະພາ​ສູງ​ພ້ອມ​ດ້ວຍ ພັນ​ລະ​ຍາ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນ ​ໂຮ່ຈີ​ມິນ ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ຢ່າງ​ຈົບ​ງາມ. ​ໃນການ​ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 15 – 20/11/2015, ປະທານ​ສະພາ​ສູງ ສ.​ເຊັກ​ໂກ Milan Stech ​ໄດ້​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ; ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ, ຢ້ຽມຢາມ​ສະຖານ​ທີ່ປະຫວັດ​ສາດ, ວັດທະນະທຳ, ທ່ອງ​ທ່ຽວ​ຈຳນວນ​ໜຶ່ງ​ຢູ່ ຮ່າ​ໂນ້ຍ, ກວາງ​ນິງ, ດ່າ​ໜັງ, ກວາງ​ນາມ ​ແລະ ນະຄອນ​ໂຮ່ຈີ​ມິນ…

        ທີ່​​ການ​ເຈລະຈາ, ພົບ​ປະຄັ້ງຕ່າງໆ ບົນ​ນ້ຳ​ໃຈ​​ແຫ່ງການ​ຮ່ວມ​ມື, ພັດທະນາ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ລັດຖະສະພາ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າ​ຍ ​ແລະ 2 ຝ່າຍ, ກໍ​ຄື​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປະຕິບັດ​ຖະ​ແຫຼ​ງການ​ຂອງ​ສະມັດຊາ​ໃຫຍ່ສະຫະພັນລັດຖະສະພາ​ສາກົນ​ຄັ້ງ​ທີ 132 ຢູ່ ຮ່າ​ໂນ້ຍ ​ແລະ ປະຕິບັດ​ບັນດາ​​ເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ, ພິ​ເສດ​ແມ່ນ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ, ນັກທຸລະກິດ 2 ປະ​ເທດ​ເພີ່ມ​ທະວີ​ແລກປ່ຽນ​ການ​ຮ່ວມ​ມື; ​ເປີດ​ກ້ວາງການ​ຮ່ວມ​ມື​ດ້ານການ​ສຶກສາ, ການທ່ອງທ່ຽວ, ວັດທະນະທ​​ຳ ​​ແລະ ພົວພັນ​ແລກປ່ຽນ​ປະຊາຊົນ 2 ປະ​ເທດ.

ກ່ອນ​ໜ້ານັ້ນ ​ໃນຕອນ​ເຊົ້າ​ວັນ​ທີ 20/11, ຢູ່​ນະຄອນ​ໂຮ່ຈີ​ມິນ, ທ່ານ​ປະທານ​ສະພາ​ສູງ ສ.​ເຊັກ​ໂກ Milan Stech ພ້ອມ​ກັບ​ຄະນະ​​ໄດ້ລົງ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ຄູ​ອາຈານ, ນັກ​ສຶກສາ​ມະຫາວິທະຍາ​ໄລ ​ໂຕນ​ດືກ​ທັ໋ງ. ທີ່​ການ​ພົບ​ປະ, ທ່ານ​ປະທານ​ສະພາ​ສູງ ສ.​ເຊັກ​ໂກ Milan Stech ຢືນຢັນ​​ເຖິງ: ການ​ພົວພັນ​ດ້ານການ​ທູດ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ສ.​ເຊັກ​ໂກ, ພ້ອມ​ກັນ​ນັ້ນ ກໍ​ແບ່ງປັນ​ບັນດາ​ຂໍ້​ມູນ​ຂ່າວ​ສານທີ່ ນັກ​ສຶກສາ, ຄູ​ອາຈານ ຫວຽດນາມ ສ່ວນ​ຫລາຍ​ມີ​ຄວາມ ສົນ​ໃຈ​ກ່ຽວ​ກັບ​ຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ສຶກສາ - ບຳລຸງ​ສ້າງ ​ແລະ ວັດທະນະທຳ​ກັບ ສ.​ເຊັກ​ໂກ.

        ມະຫາວິທະຍາ​ໄລ ​ໂຕ​ນດືກທັ໋ງ ​ແມ່ນມະຫາວິທະຍາ​ໄລ​ແຫ່ງທຳ​ອິດ​ຂອງ ຫວຽດນາມ ຜັນ​ຂະຫຍາຍ​ໂຄງການ​ຮ່ວມ​ມື​ບຳລຸງ​ສ້າງລະດັບ​ປະລິນຍາ​ເອກ​ຕາມ​ຮູບ​​ແບບ Sandwich ກັບ​ບັນດາ ມະຫາວິທະຍາ​​​ໄລ​ຢູ່ ສ.​ເຊັກ​ໂກ.

ຂ່າວ/ບົດ​ອື່ນ