ປະທານສະພາເສນາທິການທະຫານປະສົມ ອາເມລິກາ ຢ້ຽມຢາມ ອາບການິດສະຖານ

ປະທານສະພາເສນາທິການທະຫານປະສົມ ອາເມລິກາ ຢ້ຽມຢາມ ອາບການິດສະຖານ - ảnh 1
ນາຍ​ພົນ Martin Dempsey

(vovworld) - ວັນ​ທີ 21/8, ສື່​ມວນ​ຊົນ ອາບ​ກາ​ນິດ​ສະຖານ ​ໃຫ້​ຂ່າວ​ວ່າ: ທ່ານ​ປະທານ​ສະພາ​ເສນາ​ທິການ​ທະຫານ​ປະສົມ ​ອາ​ເມ​ລິ​ກາ ນາຍ​ພົນ Martin Dempsey ​ໄດ້​ມີ​ການ​ຢ້ຽມ​ຢາມ​ປະ​ເທດ​ນີ້. ຕາມ​ແຜນການ​​ແລ້ວ, ທ່ານ​ປະທານ​ສະພາ​ເສນາ​ທິການ​ທະຫານ​ປະສົມ ອາ​ເມ​ລິ​ກາ ຈະ​ມີ​ການ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ການ​ທະຫານ NATO ​ແລະ ອາບ​ກາ​ນິດ​ສະຖານ, ​ໃນ​ນັ້ນ​ມີ​ນາຍ​ພົນ John R. Allen, ຜູ້​ບັນຊາ​ການ​ກຳລັງ​ໜູນ​ຊ່ວຍ​ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ (ຫຼື ISAF) ຢູ່ ອາບ​ກາ​ນິດ​ສະຖານ. ຈຸດປະສົງ​ຂອງ​ການ​ຢ້ຽມຢາມ ຄັ້ງ​ນີ້​ໄດ້​ຖືກ​ຖື​ວ່າ ​ແມ່ນ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ການ​ບຸກ​ໂຈມ​ຕີ​ທີ່ໄດ້​ຖື​ວ່າ ​ໂດຍ​ທະຫານ, ຕຳຫຼວດ ອາບ​ກາ​ນິດ​ສະຖານ ຫຼື ບັນດາ​ມື​ປຶນນຸ່ງ​​ເຄື່ອງ​ແບບທະຫານ​ປະຕິບັດ​​ເລັ່ງ​ໃສ່​ກຳລັງ​ທະຫານ​ປະສົມ.

        ການ​ຢ້ຽມຢາມ​ຂອງ​ທ່ານ Dempsey ​ໄດ້​ດຳ​ເນີນ​ພາຍຫຼັງ 1 ວັນ​​ເກີດ​​ເຫດການ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ນຸ່ງ​ຊຸດ​ຕຳຫຼວດ​ ອາບ​ກາ​ນິດ​ສະຖານ ​ໄດ້​ຍິງ​ປືນ​​​ໃສ່ກຳ​ລັງ ອາ​ເມ​ລິ​ກາ, ​ເຮັດ​ໃຫ້​ທະຫານ ອາ​ເມ​ລິ​ກາ ທີ່​ສັງກັດ​ກຳລັງ​ທະຫານ​ປະສົມ​ຢູ່​ແຂວງ​ພາກ​ໃຕ້ Kandahar ​ເສຍ​ຊີວິດ. ​ໂຄສົກ NATO ​ໃຫ​້ຮູ້​ວ່າ: ທະຫານ 40 ຄົນ​ສັງ​ກັດ​ ISAF ​ຖືກ​ເຂັ່ນ​ຂ້າ​ໃນ​ບັນດາ​ການ​ບຸກ​ໂຈມ​ຕີ​ທີ່​ຄ້າຍຄືກັນ​ເກີດ​ຂຶ້ນ​ໃນ​ປີ​ນີ້ ​ແລະ ທະຫານ​ປະສົມ​ໄດ້​ປະກອບ​ອາວຸດ 24/24 ຊົ່ວ​ໂມງ ​ເພື່ອ​ຮັບ​ມື. ທ່ານ Dempsey ​ໃຫ້​ຮູ້​ວ່າ, ບັນດາ​ການ​ບຸກ​ໂຈມ​ຕີ​ຄື​ດັ່ງກ່າວ ບໍ່​ສົງ​ຜົນ​ສະທ້ອນ​ເຖິງ​ແຜນການ​ຖອນ​ທະຫານ.

ຂ່າວ/ບົດ​ອື່ນ