ປະທານສະພາເອີລົບ Herman Van Rompuy ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ປະທານສະພາເອີລົບ Herman Van Rompuy ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
(ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy)

(vovworld) -     ວັນ​ທີ 31/10, ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ແລະ ພັນ​ລະ​ຍາ​ເລີ່​ມຕົ້ນ​ການ​ຢ້ຽມຢາມຫວຽດນາມ ຢ່າງ​ເປັນ​ທາງ​ການ, ຕາມຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽ​ດນາມ Truong Tan Sang, ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ຕອນ​ບາຍ​ວັນ​ທີ 31/10, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ໄດ້​ມີ​ການ​ເຈລະຈາ. ການ​ນຳ​ສອງ​ທ່ານ​​ໄດ້​ເປັນ​ສັກຂີ​ພິຍານ​ການ​ລົງ​ນາມບັນດາ​ເອກະສານ; ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ເລື່ອງ​ລົງ​ນາມ​ໃນ​ສັນຍາການ​​ເງິນຂອງ​ໂຄງການ EU, ສັນຍາ​ຊ່ວຍ​ເຫຼືອ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ປີ 2012. ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ກໍ​ມີ​ການ​ພົບ​ປະ​​ເຈລະຈາ​ກັບ​ທ່ານ​ເລ​ຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong, ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ພົບ​ປະກັບ​ວົງ​ການ​ນັກ​ຂ່າວ​ໃນ​ວັນ​ດຽວ​ກັນ.

        ນີ້​ແມ່ນ​ການ​ຢ້ຽມຢາມ​ຫວຽດນາມ ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະທານ​ສະພາ​ເອີ​ລົບ​​ ນັບ​ແຕ່​​ສອງ​ຝ່າຍ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1990. ການຢ້ຽມຢາມ​ຫວຽດນາມ ​​ຄັ້ງ​ນີ້​ຂອງທ່ານປະທານ​ສະພາ​ເອີ​ລົບ Herman Van Rompuy ​ແມ່ນ​ເພື່ອ​ແນ​ໃສ່​ສະ​ແດງ​​ຄວາມ​​​ເຄົາລົບບົດບາດ, ທີ່​ຕັ້ງ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ຫວຽດນາມ​ ຢູ່ພາກ​ພື້ນ​ທີ່​ພວມ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ; ຢືນຢັນຄວາມ​ຫວັງ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ EU ກັບ​ຫວຽດນາມ.

ຂ່າວ/ບົດ​ອື່ນ