ປະທານສະພາແຫ່ງຊາດ El Savador, Sigfrido Reyes ຢ້ຽມຢາມ ຫວຽດນາມ

ປະທານສະພາແຫ່ງຊາດ El Savador, Sigfrido Reyes ຢ້ຽມຢາມ ຫວຽດນາມ - ảnh 1
​ທ່ານ Sigfrido Reyes, ປະທານ​ສະພາ​ແຫ່ງ​ຊາດ El Savador
(ພາບ: elmundo.com.sv)
(vovworld) - ຕາມ​ແຈ້ງ​ການ​ຂອງ​ກຳມາ​ທິການ​ພົວພັນ​ກັບ​ຕ່າງປະ​ເທດຂອງ​ສະພາ​ແຫ່ງ​ຊາດ​​ແລ້ວ, ວັນ​ທີ 06/06. ຄະນະ​ຜູ້​ແທນ​ຊາດ​ຂັ້ນ​ສູງຂອງສະພາ​ແຫ່ງ​ຊາດ El Savador ​ໂດຍ​ທ່ານ Sigfrido Reyes, ປະທານ​ສະພາ​ແຫ່ງ​ຊາດ ນຳ​ໜ້າ​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ ​ເປັນ​ເວລາ 5 ວັນ (​ແຕ່​ວັນ​ທີ 05 - 11/06), ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ El Savador, Sigfrido Reyes, ຈະ​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່າ​ນປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ພົບ​ປະ​ເຈລະຈາ​ກັບ​ການ​ນຳ​ພັກ, ລັດ ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວສຳຄັນ​ບາງ​ຢ່າງ​ ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ El Savador ​ກັບ ​ຫວຽດນາມ ​ເວົ້າ​ລວມ ​ແລະ ລະຫວ່າງ 2 ສະພາ​ແຫ່ງ​ຊາດ​ 2 ປະ​ເທດເວົ້າ​ສະ​ເພາະ.
ຂ່າວ/ບົດ​ອື່ນ