ປະທານສະພາແຫ່ງຊາດ ບັງກຼາເທດ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ວັນທີ 24 ກໍລະກົດ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ບັງກຼາເທດ ໂດຍທ່ານນາງ Shirin Sharmin Chaudhury ປະທານສະພາແຫ່ງຊາດ ບັງກຼາເທດ ນຳ ໜ້າໄດ້ອອກຈາກ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 – 24 ກໍລະກົດ 2017
ປະທານສະພາແຫ່ງຊາດ ບັງກຼາເທດ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ທ່ານນາງປະທານສະພາແຫ່ງຊາດ Shirin Sharmin Chaudhury  

ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ. ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ບັງກຼາເທດ Shirin Sharmin Chaudhury  ໄດ້ເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ; ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ. ຜ່ານບັນດາການພົບປະ, ເຈລະຈາ, 2 ຝ່າຍເຫັນດີເປັນເອກະພາບ ສືບຕໍ່ສົມທົບ, ສະໜັບສະໜູນເຊິ່ງກັນ ແລະ ກັນທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. 2 ຝ່າຍເຫັນດີຖືວ່າ: ໃນໄລຍະຈະມາເຖິງ ບັງກຼາເທດ ແລະ ຫວຽດນາມ ຍູ້ແຮງການແບ່ງປັນບົດຮຽນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນຂົງເຂດຄວາມສະເໝີພາບລະຫວ່າງຍິງ - ຊາຍ, ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ແລະ ຮ່ວມມືໃນບັນດາຂົງເຂດຄື: ການປ້ອງກັນຊາດ, ສິນໃນນ້ຳ, ການສຶກສາ - ກໍ່ສ້າງ, ວັດທະນະທຳ…2 ຝ່າຍສູ້ຊົນໃຫ້ວົງເງິນການຄ້າບັນລຸຄາດໝາຍ 1 ຕື້ USD ຕາມຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ