ປະທານ​ສະ​ພາ​ແຫ່ງ​ຊາດ: ບັນດາ​ຄະ​ນະ​ຕິດ​ຕາມກວດ​ກາ​ຕ້ອງ​ມີ​​ໄຫວ​ພິບ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ

(VOVWORLD) -ຕອນເຊົ້າວັນທີ 27 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານການປະຊຸມເພື່ອກະກຽມໃຫ້ແກ່ການຜັນຂະຫຍາຍ 2 ຫົວເລື່ອງ ຕິດຕາມກວດກາສູງທີ່ສຸດຂອງສະພາແຫ່ງຊາດ ແລະ 2 ຫົວເລື່ອງເພື່ອຕິດຕາມກວດກາຄະນະປະຈຳສະພາແຫ່ງຊາດ.

ປະທານ​ສະ​ພາ​ແຫ່ງ​ຊາດ: ບັນດາ​ຄະ​ນະ​ຕິດ​ຕາມກວດ​ກາ​ຕ້ອງ​ມີ​​ໄຫວ​ພິບ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ໂດຍປະກອບຄຳເຫັນໃສ່ຮ່າງແຜນການ, ໂຄງຮ່າງ ບັນດາໂຄງການຕິດຕາມກວດກາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຊີ້ແຈ້ງວ່າ ບັນດາຫົວເລື່ອງຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ມີຂອບເຂດທີ່ກວ້າງຂວາງ, ດັ່ງນັ້ນ, ຕ້ອງກຳນົດເປົ້າໝາຍຢ່າງຈະແຈ້ງ, ຄຳຮຽກຮ້ອງຂອງແຕ່ລະຫົວເລື່ອງ ເພື່ອຕິດຕາມກວດກາ, ຈາກນັ້ນ ກຳນົດໄດ້ຂອບເຂດ, ເປົ້າໝາຍ ແລະ ຂົງເຂດຈຸດສຸມຕ້ອງດຳເນີນການຕິດຕາມກວດກາ. ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຢູ່ບາງທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຮຽກຮ້ອງໃຫ້ບັນດາຄະນະຕິດຕາມກວດກາຕ້ອງມີໄຫວພິບທີ່ສຸດ ໃນການຈັດຕັ້ງປະຕິບັດ. ພ້ອມທັງຕ້ອງມອບໜ້າທີ່ຢ່າງຈະແຈ້ງທີ່ສຸດ, ມີຜູ້ຮັບຜິດຊອບ, ສົມທົບກັບບັນດາອົງການຢ່າງແໜ້ນແຟ້ນ. ຄາດວ່າ ບັນດາເນື້ອໃນໂຄງການຕິດຕາມນີ້ ຈະສືບຕໍ່ໄດ້ຮັບການສ້າງໃຫ້ສຳເລັດຜົນເພື່ອຍືນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ກ່ຽວກັບກອງປະຊຸມເດືອນ ກັນຍາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ