ປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ທີ່ການ, ພົບປະເຈລະຈາຄັ້ງຕ່າງໆ, 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນຄະນະ, ພົບປະລະຫວ່າງການນຳຂັ້ນສູງ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ 2 ປະເທດ. 
ປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Samrin 

ວັນທີ 26 ມິຖຸນາ, ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ ໂດຍທ່ານ Heng Samrin, ປະທານສະພາແຫ່ງຊາດ ກຳປູເຈຍ ນຳໜ້າ ໄດ້ສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 23 -26 ມິຖຸນາ 2017, ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ. ໃນໄລຍະເວລາຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Samrin ໄດ້ເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ພົບປະກັບເລຂາຄະນະພັກນະຄອນ ຮ່າໂນ້ຍ ຮ່ວາງຈູງຫາຍ, ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແລະ ເຂົ້າຮ່ວມການເຄື່ອນໄຫວອື່ນໆອີກຈຳນວນໜຶ່ງ.

        ທີ່ການ, ພົບປະເຈລະຈາຄັ້ງຕ່າງໆ, 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນຄະນະ, ພົບປະລະຫວ່າງການນຳຂັ້ນສູງ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ 2 ປະເທດ. 2 ຝ່າຍເຫັນດີຮັກສາການພົວພັນໃນບັນດາຊ່ອງພົວພັນຕ່າງປະເທດ, ການທູດຂອງລັດ, ການພົວພັນຕ່າງປະເທດປະຊາຊົນເປັນປະຈຳ, ຊຸກຍູ້ບັນດາການເຄື່ອນໄຫວມິດຕະພາບ ແລະ ຍູ້ແຮງການໂຄສະນາ, ສຶກສາກ່ຽວກັບມູນເຊື້ອສາມັກຄີ, ມິດຕະພາບ, ການຮ່ວມມື ຫວຽດນາມ - ກຳປູເຈຍ ໃນປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມ 2 ປະເທດຢ່າງບໍ່ຢຸດຢັ້ງ. 2 ຝ່າຍກໍ່ໄດ້ແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ