ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບ ຄະນະຜູ້ແທນກຳມາທິການ ບັນດາເຜົ່າລາວ


Vovworld- ຕອນ​ບ່າຍ​ວັນ​ທີ 13/5, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບ ຄະນະ​ຜູ້​ແທນ​ກຳມາ​ທິການ ບັນດາເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ ລາວ ​ໂດຍ​ທ່ານ ດວງ​ດີ ອຸທະຈັກ, ປະທານ​ກຳມາ​ທິການບັນດາເຜົ່າ​ເປັນ​ຫົວໜ້າ​ຄະນະ. ທີ່ການຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນຊິງຮຸ່ງຖືວ່າ ການຢ້ຽນຢາມຂອງຄະນະໃນ ຄັ້ງນີ້ ​ເປັນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້ການ​ພົວພັນ​ສາມັກຄີ, ນ້ຳ​ໃຈ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນຊິງຮຸ່ງ ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາ​ມສາມາດຂອງ​ຕົນ​ເພື່ອ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຂອງ 2 ປະ​ເທດ​ ​ແລະ ການ​ພົ​ວພັນມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ-ລາວ​ໃຫ້​ນັບ​ມື້​ນັບ​ພັດທະນາ. ສ່ວນ ທ່ານ ດວງ​ດີ ອຸທະຈັກ ປະທານ​ກຳມາ​ທິການ ບັນດາເຜົ່າ ຂອງ​ສະພາ​ແຫ່ງ​ຊາດລາວ ​ໄດ້ຢືນຢັນ​ວ່າ ພັກ, ລັດ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ຍາມ​ໃດ​ກໍ​ມານະ​ພະຍາຍາມ​ເພີ່ມ​ພູນ​ຄຸນ​ສ້າງ​ສາຍ​ພົວພັນ​ສາມັກຄີ, ນ້ຳ​ໃຈ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ​-ລາວ ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ​ແທດ​ຈິງ, ກໍ​ຄື​ການ​ຮ່ວມ​ມື​ຢ່າງ​ແໜ້ນ​​ແຟ້ນກັບ​ສະພາ​ຊົນ​ເຜົ່າ​ຂອງສະພາ​ແຫ່ງ​ຊາດ​ຫວຽດນາມ. 
ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບ ຄະນະຜູ້ແທນກຳມາທິການ ບັນດາເຜົ່າລາວ - ảnh 1
ຄະນະ​ຜູ້​ແທນ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ ​ເຮັດ​ວຽກ​ ກັບ​ຄະນະ​ຜູ້​ແທນ​ກຳມາ​ທິການບັນດາເຜົ່າ​​ສະພາ​ແຫ່ງ​ຊາດລາວ
 (ພາບ: Phương Hoa/TTXVN)

   ກ່ອນໜ້ານັ້ນຄືໃນຕອນ​ເຊົ້າ​ວັນ​ທີ 13/5, ຢູ່​ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ ຄະ​ຊໍ​ເຟືອ​ກ, ປະທານ​ສະພາ​ຊົນ​ເຜົ່າ ​ເປັນ​ຫົວໜ້າ​ຄະນະ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ກຳມາ​ທິການບັນດາເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ ລາວ ​ໂດຍ​ທ່ານ ດວງ​ດີ ອຸທະຈັກ, ປະທານ​ກຳມາ​ທິການບັນດາເຜົ່າ​ເປັນ​ຫົວໜ້າ​ຄະນະ. ທີ່​ການ​ເຮັດ​ວຽກ, 2 ຝ່າຍ​ພ້ອມ​ກັນ​ແລກປ່ຽນ​ບົດຮຽນ​​ໃນ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວຂ້ອງ​ເຖິງ​ວຽກ​ງາ​ນຊົນ​ເຜົ່າ, ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃຫ້​ປະຊາຊົນ, ບັນດາ​ນະ​ໂຍບາຍ​ການ​ສຶກສາ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ວຽກ​ງານ​ສ້າງ​ກົດໝາຍ ​ແລະ ຕິດຕາມ​ກວດກາ, ສຳລວດກວດກາ​ການ​ຜັນ​ຂະຫຍາຍ, ປະຕິບັດ​ບັນດາ​ນະ​ໂຍບານ​ທີ່​ກ່ຽວຂ້ອງ​ເຖິງ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

    ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 12 – 16/5/2013, ຄະນະ​ຜູ້​ແທນ​ກຳມາ​ທິການບັນດາ​ເຜົ່າ​ຂອງສະພາ​ແຫ່ງ​ຊາດ ລາ​ວ ຈະ​ເຂົ້າ​ຢ້ຽມ​ຂຳ່ນັບປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນຊິງ​ຮູ່ງ, ​ເຂົ້າ​ຮ່ວມ​ງານ​ລ້ຽງ​ຂອງ​ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ, ໄປ​ເຮັດ​ວຽກ​ຢູ່​ແຂວງ ກາວ​ບັ່ງ, ລ້າງ​ເຊີນ.

ຂ່າວ/ບົດ​ອື່ນ