ປະທານສະພາແຫ່ງຊາດ ຫງວຽນຊິງຮຸງ ພົບປະ ເຈລະຈາກັບປະທານາທິບໍດີ ຮຸງກາຣີ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸງ ພົບປະ ເຈລະຈາກັບປະທານາທິບໍດີ ຮຸງກາຣີ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ)

(vovworld) – ຕອນ​ບ່າຍ​ວັນ​ທີ 27/11, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ຮຸງ​ກາຣີ Ader Janos. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ​ມີແຜນ​ນະ​ໂຍບາຍ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ຮຸງ​ກາຣີ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ  ​ແລະ ທ່ານ​ປະທານາທິບໍດີ​ຮຸງ​ກາຣີ Ader Janos, ​ໄດ້ສະ​ແດງ​ຄວາມ​ປິຕິ​ຊົມ​​ຊື່ນ​ຕໍ່ໜ້າ​ບັນດາບາດກ້າວ​ພັດທະນາ​ຢ່າງ​ດີງາມ​​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ. 2 ຝ່າຍ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະຈຳ, ກໍ່​ຄື​ສະໜັບສະໜູນ ​ແລະ ສົມທົບ​ກັນ​ບົນ​ເວທີ​ປາ​ໄສ​ລັດຖະສະພາ​ຫຼາຍ​ຝ່າຍ. ການ​ນຳ 2 ຝ່າຍ​ເຊື່ອມ​ໝັ້ນ​ວ່າ​ບັນດາ​ການ​ເຄື່ອນ​ໄຫວພົບ​ປະ​ແລກປ່ຽນ, ​ແລກປ່ຽນ​ບົດຮຽນ​ຂອງ​ບັນດາ​ອົງການ​ສະ​​ເພາະ​ກິດ​ຂອງ​ສະພາ​ແຫ່ງ​ຊາດ, ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ, ຄະນະ​ສະມ​າຊິກ​ສະພາ​ແຫ່ງ​ຊາດ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມືລະຫວ່າງ 2 ອົງການ​ນິຕິ​ບັດ​ຍັດ​ກວ່າ​ອີກ. ​ໂດຍຜ່ານ​ທ່ານ​ປະທານາທິບໍດີ​ຮຸງ​ກາຣີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ  ​ໄດ້​ສົ່ງ​ຄຳ​ເຊີນ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຮຸງ​ກາ​ຣີ Kueve Laxlo ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຮຸງ​ກາຣີ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 ຊຶ່ງ​ຈັດ​ຂຶ້ນຢູ່​ຮ່າ​ໂນ້ຍ ​ໃນ​ເດືອນ 03/2015.
ຂ່າວ/ບົດ​ອື່ນ