ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກີແອງ ແຂວງຮ່າຕິ້ງ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກີແອງ ແຂວງຮ່າຕິ້ງ - ảnh 1
ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນຊິງ​ຮຸ່ງ ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ກີ​ແອ​ງ ​ແຂວງ ຮ່າ​ຕິ້ງ

(Vovworld)-  ວັນ​ທີ 28/9, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນຊິງ​ຮຸ່ງ ​ໄດ້ ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ກີ​ແອ​ງ ​ແຂວງ ຮ່າ​ຕິ້ງ. ຢູ່​ທີ່​ນີ້, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນຊິງ​ຮຸ່ງ ​ໄດ້​ສະ​ເໜີ​ແຂວງ ຮ່າ​ຕິ້ງ, ​ເມືອງ​ກີ​ແອ​ງ ຈົ່ງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ​ຢູ່​ເຂດ​ຊົນນະບົດ, ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່, ​ໃນ​ນັ້ນ, ​ແນ​ະນຳ​ໃຫ້​ປະຊາຊົນ​ພັດທະນາ​ເສດຖະກິດ​ຕາມ​ທິດ​ໝັ້ນຄົງ, ພ້ອມ​ທັງ​ສຸມ​ໃສ່​ກໍ່ສ້າງ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ທາງ​ຄົມມະນາຄົມ​ຊົນນະບົດ.

    ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ່​ມາ​ເຖິງ​ຂອງສະພາ​ແຫ່ງ​ຊາດຫວຽດນາມ, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນຊິງ​ຮຸ່ງ ຢືນຢັນ​ວ່າ ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 6 ​​ແມ່ນ​ ສະ​ໄໝ​ປະຊຸມ​ທີ່​ສຳຄັນ​ແມ່ນ​ໂອກາດ​ເພື່ຶອຕີ​ລາຄາ​ບັນດາ​ຄາດໝາຍ​ພັດທະນາເສດຖະກິດສັງຄົມ. ທົບ​ທວນຄືນ​ບັນດາ​ຈຸດໝາຍ​ທີ່ ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ວາງ​ອອກ ​ເພື່ອ​ມີ​ກຳນົດ​ທິດ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ ​ແນ​ໃສ່​ສ້າງສາ​ປະ​ເທດ​ຊາດ​ໃຫ້​ພັດທະນາ​ຮອບດ້ານ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ມີ​ຄວາມ​ອີ່ມ​ໜຳ​ສຳລານ ​ແລ​ະ ຜາສຸກ ​ແລະ ອື່ນໆ.

ຂ່າວ/ບົດ​ອື່ນ