ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 35

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 35 - ảnh 1
(ທ່ານ​ນາງ ປານີ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ​ລາວ, ປະທານ AIPA)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ​ລາວ, ປະທານ AIPA, ຄະນະ​ຜູ້ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ໂດຍ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ນຳ​ໜ້າ​ໄດ້​ເຂົ້າ​ຮ່ວມກອງປະຊຸມລັດຖະສະພາ ລະຫວ່າງຊາດອາຊຽນ ຄັ້ງທີ 35 (AIPA 35) ​​ໃນ​ລະຫວ່າງ​ວັນ​ທີ 15 – 20/09 ຢູ່​ນະຄອນຫຼວງ​ວຽງ​ຈັນ, ປະ​ເທດ​ລາວ. ນີ້​ແມ່ນ​ຄັ້ງ​ທີ 2 ຊຶ່ງປະ​ເທດ​ລາວ ​ເປັນ​ປະ​ທານ​ຈັດກອງປະຊຸມລັດຖະສະພາ AIPA.

        ດ້ວຍ​ຫົວ​ຂໍ້ “​ເພີ່ມ​ທະວີ​ການ​ຮ່ວມ​ມື​ສະພາ​ແຫ່ງ​ຊາດ​ໃນ​ປະຊາ​ຄົມ​ອາ​ຊຽນ”, AIPA 35 ຈະ​ສຸມ​ໃສ່​ປຶກສາ​ຫາລື​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ​ໃນ​ການ​ສ້າງ​ປະຊາ​ຄົມ​ການ​ເມືອງ, ປ້ອງ​ກັນ​ຄວາ​ສະຫງົບ​ອາ​ຊຽນ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​​ແຫ່ງ​ຊາດ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ລວ​ມຂອງ​ພາກ​ພື້ນ. ຄະນະ​ຜູ້ແທນສະພາ​ແຫ່ງ​ຊາດ​ຫວຽດນາມ ຈະ​ເຂົ້າ​ຮ່ວມ​​ກອງ​ປະຊຸມທຸກຄັ້ງ​ຂອງ​ຄະນະກຳມາທິການ​ການ​ເມືອງ, ​ເສດຖະກິດ, ສັງຄົມ. ​ໃນ​ຂອບ​ເຂດ AIPA 35, ວັນ​ທີ 15/09, ຢູ່​ນະຄອນຫຼວງ​ວຽງ​ຈັນ, ປະ​ເທດ​ລາວ ​ຈະຈັດ​ກອງ​ປະຊຸມສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ 10 ປະ​ເທດ​ອາ​ຊຽນ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານນາງ ​ເຈືອງ​ທິມາຍ, ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຫົວໜ້າກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ສະພາແຫ່ງຊາດ ຫວຽດນາມ ນຳ​ໜ້າ​ເຂົ້າ​ຮ່ວມ.

ຂ່າວ/ບົດ​ອື່ນ