ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຮັດວຽກກັບອົງການກວດກາລັດຖະບານ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຮັດວຽກກັບອົງການກວດກາລັດຖະບານ - ảnh 1
(ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​
ເຮັດ​ວຽກ​ກັບອົງການ​ກວດກາ​ລັດຖະບານ)


(vovworld) - ທີ່​ການ​ເຮັດ​ວຽກ​​ກັບ​ອົງການ​ກວດກາ​ລັດຖະບານໃນ​ຕອນ​ເຊົ້າ​ວັນ​ທີ 31/03, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຮັບ​ຟັງ​ອົງການ​ກວດກາ​ລັດຖະບານ ລາຍ​ງານໝາກ​ຜົນວຽກ​ງານ​ກວດກາ​ແຕ່​ປີ 2011 – 2013 ​ແລະ ທິດ​ທາງຫ​ນ້າ​ທີ່​ປີ 2014 – 2015. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ໃຫ້​ຂະ​ແໜງ​ກວດກາ ຕ້ອງ​ຍົກ​ສູງ​ປະສິດທິ​ພາບ, ປະສິດທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ.  ທ່ານ​ປະທານ​ສະພ​າ​ແຫ​ງຊາດ​ ຫງວຽນ​ຊິງ​ຮຸ່ງ ຮຽກ​ຮ້ອງ​ໃຫ້​​ພະນັກງານທີ່​ເຮັດ​​ວຽກ​ງານ​ກວດກາ​ແຕ່ລະຄົນ ຍາມ​ໃດ​ກໍ່​ຕ້ອງ​ໃກ້ຊິດຕິດ​ແທດກັບປະຊາຊົນ ເພື່ອ​ແກ້​ໄຂ​ບັນດາບັນຫາ​ທີ່​ເຄັ່ງຮ້ອນຂອງ​ປະຊາຊົນ​ຢ່າງ​ທັນ​ການ, ຫຼຸດຜ່ອນ​ການ​ຮ້ອ​ງຟ້ອງ ​ແລະ ນຳ​ມາ​ເຊິ່ງຄວາມສະ​ເໝີ​ພາບ, ​ຍຸຕິ​ທຳ​ໃຫ້​ແກ່​ປະຊາຊົນ.

 “ພວກ​ເຮົາ​ຕ້ອງມີ​ຖັນ​ແຖວ​ພະນັກງານ​ທີ່ມີ​ຄຸນສົມບັດ, ມີ​ຄຸນ​ນະ​ທາດ​ປອດ​​ໃສ, ມີລະດັບຄວາມ​ຮູ້, ຄວາມສາມາດເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ. ພວກ​ເຮົາ​ກໍ່​ຕ້ອງ​ມີ​ຖັນ​ແຖວ​ພະນັກງານທີ່​ມີ​ຄຸນນະ​ທາດ​ຢ່າງ​ພຽງພໍ​ເພື່ອ​ຕໍ່ສູ້​ ​ເຮັດໃຫ້​ທຸກ​ຄົນ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ນີ​້ແມ່ນ​ຄວາມຮັບຜິດ​ຊອບ​ຂອງ​ອົງການ​ກວດກາລັດຖະບານ. ອົງການກວດກາ​ ທັງ​ແມ່ນ​ອົງການ​ຂອງ​ປະຊາຊົນ, ກຳ​ແໜ້ນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ໂດຍ​ກົງ, ຮັບ​ປະກັນ​ຄວາມສະ​ເໝີ​ພາບ, ​ ສົມ​ເຫດ​ສົມ​ຜົນ. ສະ​ນັ້ນ, ສຽງ​ເວົ້າ​ຂອງ​ອົງການກວດກາ​ຕ້ອງ​ແມ່ນ​ສຽງ​ເວົ້າ​ຂອງ​ປະຊາຊົນ. ພວກ​ເຮົາ​ຕ້ອງ​ປົກ​ປ້ອງ​ປະຊາຊົນ, ​ເປັນ​ຜູ້ຕາງໜ້າ​ຂອງປະຊາຊົນ ​ແລະ ຮັບປະກັນ​ໃຫ້​ລັດຖະທຳ​ມະນູນ, ກົດໝາຍ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຍຸຕິ​ທຳ”.

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ກໍ່​ຮຽກຮ້ອງ​ໃຫ້​ທົ່ວ​ຂະ​ແໜງ​ກວດກາ ຕ້ອງ​ກຳ​ໄດ້​ບັນດາ​ເນື້ອ​ໃນ​ຂອງ​ລັດຖະທຳ​ມະນູນ​ໃໝ່ ​ເພື່ອ​ປະຕິບັດ​ບົດບາດ​ໜ້າ​ທີ່ຢ່າງ​ມີ​ປະສິດທິ​ຜົນ, ນຳ​ລັດຖະທຳ​ມະນູນ​ໃໝ່​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ.

ຂ່າວ/ບົດ​ອື່ນ