ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຮັດວຽກກັບໜັງສືພິມຜູ້ຕາງໜ້າປະຊາຊົນ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຮັດວຽກກັບໜັງສືພິມຜູ້ຕາງໜ້າປະຊາຊົນ - ảnh 1
(ປະທານ​ສະພາ​ແຫ່​ງຊາ​ດ ຫງວຽນຊິງ​ຮຸ່ງ ​ເຮັດ​ວຽກ​ກັບ​ໜັງ​ສືພິມ​ຜູ້ຕາງໜ້າ​ປະ​ຊາ​ຊົນ)

(vovworld) - ​ວັນ​ທີ 03/01, ທີ່​ການ​ເຮັດວຽກ​ກັບໜັງ​ສື​ພິມ​ຜູ້ຕາງໜ້າ​ປະ​ຊາ​ຊົນ, ສຽງຂອງ​ສະພາ​ແຫ່ງ​ຊາດຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງຮຸ່ງ ສະ​ເໜີ​ໃຫ້​ໜັງ​ສືພິມ​ຜູ້ຕາງໜ້າ​ປະ​ຊາ​ຊົນ ຄວນ​ສືບ​ຕໍ່​ສູ້ຊົນ​ເປັນ​ຄັນ​ທຸງ​ນຳໜ້າກ່ຽວກັບ​ການ​ໂຄສະນາ, ​ສົມ​ເປັນຜູ້ຕາງໜ້າ​ຂອງປະ​ຊາ​ຊົນ, ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະຊາຊົນ, ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ.

          “ໜ້າ​ທີ່​ສື່ຂ່າວຂອງ​ບັນດາ​ອົງການ​ຂອງສະພາ​ແຫ່ງ​ຊາດ ​ແລະ ຂອງ​ປະ​ເທດ​ຊາດ ​ແມ່ນ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ທຸກ​ຂັ້ນ​ໃຫ້​ເປັນ​ຢ່າງ​ດີ. ຕ້ອງ​ເຮັດ​ແຈ້ງ​ແນວ​ຄິດ, ທິດ​ສະ​ດີ, ອົງການ​ຈັດ​ຕັ້ງ​ການ​ເມືອງ, ສິດ​ອຳນາດ ​ແລະ ຄວາມຮັບຜິດ​ຊອບ​ຕໍ່​ປະຊາຊົນ​ວ່າ ລັດ​ຫວຽດນາມ ​ແມ່ນ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ນີ້​ແມ່ນ​ໜ້າ​ທີ່​ການ​ເມືອງ​ຂອງ​ບັນດາ​ສະຫາຍ. ນັບແຕ່ນັກຂ່າວ ຄະນະ​ບັນນາທິການ, ຕ້ອງ​ຮັບ​ຮູ້​ໄດ້​ສິ່ງ​ດັ່ງກ່າວ ​ແລະ ​ຈັດ​ຕັ້ງ​ການປະຕິບັດສິ່ງ​ນັ້ນ​​ເພື່ອໂຄສະນາ, ​ເຮັດ​ໃຫ້​ສະພາ​ແຫ່​ງຊາດ​ຂອງ​ປະ​ເທດ​ເຮົາ ​​ກາຍ​ເປັນ​ອົງການ​ສິດ​ອຳນາດ​ແຫ່ງ​ລັດ​ສູງສຸດ, ອົງການ​ຕັດສິນ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ.”

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເອົາ​ໃຈ​ໃສ່​ວ່າ ປີ 2014 ​ແມ່ນ​ປີ​ນຳ​ລັດຖະທຳ​ມະນູນ​ເຂົ້າ​ໃນ​ຊີວິດ​ຕົວ​ຈິງ. ສະ​ນັ້ນ, ໜັງ​ສື​ພິມ​ຜູ້ຕາງໜ້າ​ປະ​ຊາ​ຊົນ ​ແລະ ສື່​ມວນ​ຊົນ​ເວົ້າ​ລວມ ຕ້ອງ​ໂຄສະນາ​ເພື່ອ​ຮັບປະກັນ​ໃຫ້ລັດຖະທຳ​ມະນູນໄດ້ນຳ​ເຂົ້າ​ຊີວິດ​ຕົວ​ຈິງ ແລະ ໄດ້​ຮັບ​ການ​ປະຕິບັດ​ຢູ່​ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ຈາກນັ້ນ​ລັດ​ເຖິງ​ໝ່ປະຊາຊົນ ​ແລະ ຢູ່ພາຍ​ໃນກໍ່ຄືຢູ່ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ