ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງທະຫວາຍ ທູບທຽນໄຫ້ວອາໄລ ປະທານໂຮ່ຈິມິນ


ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງທະຫວາຍ ທູບທຽນໄຫ້ວອາໄລ ປະທານໂຮ່ຈິມິນ - ảnh 1

 (ພາບ: Nhan Sáng/TTXVN)

 (vovworld)- ​​​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ: ປີ​ມະ​ເມຍ 2014, ຕອນ​ເຊົ້າວັນ​ທີ 24/1, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ​ ທະ​ຫວາຍ​ທູບ​ທຽນ​​ໄຫ້​ວອາ​ໄລ​ປະທານ​ໂຮ່ຈິ​ມິນ ຢູ່​ເຂດ​ປູ​ສະ​ນີຍະສະ​ຖານປະທານ​ໂຮ່ຈິ​ມິນ ທີ່​ສຳນັກ​ງານປະທານ​ປະ​ເທດ.

  ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ​ ສະ​ແດງ​ຄວາມ​ຕື້ນ​ຕັນ​ໃຈ​ຢ່າງ​ເລິກ​ເຊິ່ງ, ອາ​ໄລ​ຫາ​ຄຸນງາມຄວາມດີ​ອັນ​ໃຫ່ຍຫຼວງ​ຂອງປະທານ​ໂຮ່ຈິ​ມິນ. ​ໂດຍ​ປະຕິ​ບັດຄຳ​ພິ​ໄນ​ກຳ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ເພິ່ນ, ສະພາ​ແຫ່ງ​ຊາດ​ຍາມ​ໃດ​ກໍ່​ປະຕິບັດ​ໜ້າ​ທີ່​ເປັນ​ຜູ້ຕາງໜ້າ​ໃຫ້​ແກ່​ເຈດ​ຈຳນົງ, ຄວາມ​ມຸ່ງ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປຊຊ ທົ່ວປະ​ເທດ​ເປັນ​ຢ່າງ​ດີ, ປ່ຽນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ຍົກ​ສູງ​ຄຸນ​ນະພາບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ, ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ ສ້າງສາ​ປະ​ເທດ​ຊາດ​ເພື່ອ​ຈຸດປະສົງ ປຊຊ ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸດຕິ​ທຳ, ສີວິ​ໄລ.

  ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ໃສ່​ໃຈ​ວ່າ: ພະນັກງານ, ພາລະ​ກອນ​ເຂດ​ປູ​ສະ​ນີຍະສະ​ຖານ​ຕ້ອງ​ສືບ​ຕໍ່​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ໃນ​ການ​​ເກັບຮັກສາບັນດາ​ວັດຖຸ​ພັນ​ໃຫ້​ລຸ້ນຫລັງ, ປະຕິບັດ​ການ​ແນະນຳ​ກັບ ປຊຊ ທົ່ວ​ປະ​ເທດ ​ແລະ ​ເພື່ອນ​ມິດ, ​ແຂກ​ທ່ອງ​ທ່ຽວ​ສາກົນ​ກ່ຽວ​ກັບ​ຊີ​ວິດ ​ແລະ ພາລະກິດ​ຂອງ​ປະທານ​ໂຮ່ຈິ​ມິນ ​ເປັນ​ຢ່າງ​ດີ./.

​ 

ຂ່າວ/ບົດ​ອື່ນ