ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບເອກອັກຄະລັດຖະທູດ ຊູແອັດ ແລະ ຮຸງກາຣີ

ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບເອກອັກຄະລັດຖະທູດ ຊູແອັດ ແລະ ຮຸງກາຣີ - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ
ຕ້ອນຮັບ​ທ່ານ Pereric Hogberg ​ເອກ​ອັກຄະ​ລັດຖະທູດ ຊູ​ແອັດ

(vovworld) - ຕອນ​ເຊົ້າ​ວັນ​ທີ 17/02 ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ຕ້ອນຮັບ​ທ່ານ Pereric Hogberg ​ເອກ​ອັກຄະ​ລັດຖະທູດ ຊູ​ແອັດ ​ເຂົ້າ​ຢ້ຽມຂ່ຳນັບ​ຕາມ​ພິທີການ​ທູດ. ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຕີ​ລາຄາ​ສູງ ຊູ​ແອັດ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ສຳຄັນ​ຂອງ ຫວຽດນາມ ຢູ່ ​ເອີ​ລົບ ​ແລະ ​ເຂດ​ເອີ​ລົບ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ; ຊົມ​ເຊີຍ​ລັດຖະບານ ຊູ​ແອັດ ມີ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ, ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ຊູ​ແອັດ ​ມາ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ຊູ​ແອັດ ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ປະຕິບັດ​ບັນດາ​ເປົ້າ​ໝາຍສະຫັດ​ສະ​ວັດ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນຟ້າ​ອາກາດ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ; ຄຽງ​ຂ້າງ​ນັ້ນ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ, 2 ຝ່າຍ​ຄວນ​ເປີດ​ກ້ວາງ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ສຶກສາ - ບຳລຸງ​ສ້າງ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ສາທາລະນະ​ສຸກ. ສ່ວນ​ທ່ານ Pereric Hogberg ​ເອກ​ອັກຄະ​ລັດຖະທູດ ຊູ​ແອັດ ກໍ່​ເຫັນ​ດີ​ເປັນ​ເອກະ​ພາບຕໍ່​ຄຳ​ສະ​ເໜີ​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ເລື່ອງ​ຊຸກຍູ້​ສະຫະ​ພາບ ​ເອີ​ລົບ (ອີ​ຢູ) ​ເຊັນທາງ​ການ ​ແລະ ​ໃຫ້​ສັດຕະຍາບັນ​ສັນຍາ​ການ​ຄ້າ​ເສລີລະຫວ່າງ ຫວຽດນາມ - ອີ​ຢູ (EVFTA) ​ໃນປີ 2017 ​ໂດຍ​ໄວ ​ແລະ ຮັບຮອງ​ເອົາ​ກົດ​ລະບຽບ​ເສດຖະກິດ​ການ​ຕະຫລາດ​ສຳລັບ ຫວຽດນາມ, ຜ່ານ​ນັ້ນ ​ເປີດ​ກ້ວາງ​ການ​ພົວພັນ​ເສດຖະກິດ​ລະ​ຫວ່າງ ຫວຽດນາມ ກັບ ອີ​ຢູ ​ເວົ້າ​ລວມ ​ແລະ ກັບ ຊູ​ແອັດ ​ເວົ້າ​ສະ​ເພາະ.

        ​ແລ​ະກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຕ້ອນຮັບ​ທ່ານ Ory Csaba ​ເອກ​ອັກຄະ​ລັດຖະທູ​ດ ຮຸງກາຣີ ​ເຂົ້າ​ຢ້ຽມ​ຂ່ຳນັບ​ຕາ​ມພິທີການ​ທູດ. ນະ​ທີ່ນີ້ ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ​ເນັ້ນ​ໜັກ​ເຖິງ​ເລື່ອງ ຫວຽດນາມ ​ແລະ ຮຸງ​ກາຣີ ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ອັນດີງາມ. ສ່ວນທ່ານ Ory Csaba ​ເອກ​ອັກຄະ​ລັດຖະທູ​ດ ຮຸງກາຣີ ​ໃຫ້​ຮູ້​ວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ຍຸດ​ທະ​ສາດ​ຢູ່​ພາກ​ພື້ນ, ​ເປັນ​ປະຕູ, ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ຮ່ວມ​ມື​ລະຫວ່າງ ຮຸງ​ກາຣີ ​ແລະ ພາກ​ພື້ນ ອາ​ຊຽນ ຂະຫຍັນ​ຂັນ​ເຄື່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ