ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຢ້ຽມຂ່ຳນັບພະມະເຫສີ ໂຮນລັງ ແລະ ຕ້ອນຮັບການນຳບາງອົງການຂອງໂຮນລັງ

(VOVWORLD) - ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ມີແຜນນະໂຍບາຍເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບ ໂຮນລັງ
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຢ້ຽມຂ່ຳນັບພະມະເຫສີ ໂຮນລັງ ແລະ ຕ້ອນຮັບການນຳບາງອົງການຂອງໂຮນລັງ - ảnh 1ທ່ານນາງ Maxima Zorreguieta Cerruti ແລະ ທ່ານນາງ ຫງວຽນທິກິມເງິນ

ໂດຍສືບຕໍ່ການຢ້ຽມຢາມ ລາຊະອານາຈັກ ໂຮນລັງ, ຕອນບ່າຍວັນທີ 26 ມີນາ, ຢູ່ວັງ Noordeinde, ນະຄອນ ລາໄຮ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຢ້ຽມຂ່ຳນັບພະມະເຫສີແຫ່ງ ໂຮນລັງ Maxima Zorreguieta Cerruti. ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ມີແຜນນະໂຍບາຍເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບ ໂຮນລັງ, ຖືນີ້ແມ່ນ “ການພົວພັນແບບຢ່າງ ແລະ ມີປະສິດທິຜົນ” ລະຫວ່າງ ຫວຽດນາມ ແລະ ປະເທດເອີລົບ.

        ສ່ວນ ພະມະເຫສີແຫ່ງ ໂຮນລັງ Maxima Zorreguieta Cerruti ປາດຖະໜາວ່າ ລັດຖະບານ ຫວຽດນາມ ຈະຮັບຮອງເອົາຍຸດທະສາດແຫ່ງຊາດກ່ຽວກັບການເງິນຮອບດ້ານໂດຍໄວເພື່ອປະຕິບັດຢ່າງມີປະສິດທິຜົນ; ພ້ອມທັງສ້າງຕັ້ງຄະນະກຳມະການປະສານງານຍຸດທະສາດນີ້ໂດຍຮອງນາຍົກລັດຖະມົນຕີທ່ານໜຶ່ງເປັນປະທານຄະນະກຳມະການ. ພ້ອມກັນນັ້ນ, ຫວຽດນາມ ຄວນປະຕິບັດເຄືອຂ່າຍທະນາຄານຈຳໜ່່າຍເຊື່ອມຕໍ່ໂທລະຄົມ ເພື່ອປະຕິບັດພາລະໜ້າທີ່ໃນການຊຳລະ.

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຢ້ຽມຂ່ຳນັບພະມະເຫສີ ໂຮນລັງ ແລະ ຕ້ອນຮັບການນຳບາງອົງການຂອງໂຮນລັງ - ảnh 2 ການເຮັດວຽກກັບ ຜູ້ອຳນວຍການທ່າກ່ຳປັ່ນສາກົນ Rotterdam

        ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ນະຄອນ The Hague, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກໍ່ໄດ້ໃຫ້ການຕ້ອນຮັບທ່ານ Rene Van Der Plas, ຜູ້ອຳນວຍການທ່າກ່ຳປັ່ນສາກົນ Rotterdam, ໂຮນລັງ. ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມເງິນ ສະເໜີໃຫ້ການນຳຂອງທ່າກ່ຳປັ່ນ Rotterdam ໜູນຊ່ວຍນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນອື່ນໆຂອງ ຫວຽດນາມ ໃນວຽກງານວາງແຜນຜັງ, ກໍ່ສ້າງ ແລະ ຄຸ້ມຄອງພື້ນຖານໂຄງລ່າງທ່າກ່ຳປັ່ນ, ການບຳລຸງສ້າງການເດີນເຮືອ…

        ທີ່ການຕ້ອນການນຳຫ້ອງການການຄ້າ ໂຮນລັງ - ຫວຽດນາມ (NVCC), ປະທານສະພາແຫ່ງຊາດ ປາດຖະໜາວ່າ: NVCC ຈະໜູນຊ່ວຍໃຫ້ບັນດາວິສາຫະກິດ ໂຮນລັງ ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ຕະຫຼາດ ຫວຽດນາມ ຫຼາຍກ່ວາອີກ.

        ຄະນະການນຳ NVCC ໄດ້ຕີລາຄາສູງ ສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ; ເຊື່ອໝັ້ນຕໍ່ຄວາມສາມາດບົ່ມຊ້ອນຂອງການພັດທະນາອັນໃຫຍ່ຫຼວງຂອງເສດຖະກິດ ຫວຽດນາມ ກໍ່ຄືບັນດາກາລະໂອກາດການລົງທຶນເປີດກ້ວາງ ຂອງພື້ນຖານເສດຖະກິດ ຫວຽດນາມ ສຳລັບບັນດານັກລົງທຶນ ໂຮນລັງ.

ຕອບກັບ

ຂ່າວ/ບົດ​ອື່ນ