ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຢ້ຽມຄຳນັບເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ

(VOVWORLD) -ຕອນບ່າຍວັນທີ 1 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຄຳນັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຢ້ຽມຄຳນັບເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຸທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໃຫ້ຮູ້ວ່າ ສະພາແຫ່ງຊາດຫວຽດນາມຈະສົມທົບກັບລັດຖະບານຫວຽດນາມ ແລະ ສະພາແຫ່ງຊາດ, ລັດຖະບານລາວ ຜັນຂະຫຍາຍການປະຕິບັດໂຄງການກໍ່ສ້າງຫໍສະພາແຫ່ງຊາດໃຫ້ສຳເລັດໃນປີ 2021, ຮັບປະກັນນີ້ແມ່ນກິດຈະກຳທັນສະໄໝ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳລາວ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນລາວ, ສົມເປັນສັນຍາລັກແຫ່ງນ້ຳໃຈມິດຕະພາບ ແລະ ຄວາມສາມັກຄີແບບພິເສດຫວຽດນາມ.

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຢ້ຽມຄຳນັບເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ - ảnh 2

      ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງການຊ່ວຍເຫຼືອອັນລ້ຳຄ່າ ແລະ ໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ສະຫງວນໃຫ້ແກ່ ພັກ, ລັດ ແລະ ປະຊາຊົນຊາວໃນການຊ່ວຍກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ.

ຕອບກັບ

ຂ່າວ/ບົດ​ອື່ນ