ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງປູສະນີຍະຖານປະຫວັດສາດ ໂລະວ່ອງກຸງ ເກິ່ນເທີ

(VOVWORLD) - ຕອນເຊົ້າວັນທີ 04 ຕຸລາ, ຢູ່ບ້ານ ໝີເຍີນ (ຕາແສງ ໝີແຄັງ, ເມືອງ ຟອງດ່ຽນ, ນະຄອນ ເກິ່ນເທີ), ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງກິດຈະກຳອະນຸລັກຮັກສາ, ບູລະນະປະຕິສັງຂອນ ແລະ ເສີມຂະຫຍາຍຄຸນຄ່າປູສະນີຍະຖານປະຫວັດສາດ ໂລະວ່ອງກຸງ ເກິ່ນເທີ.
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງປູສະນີຍະຖານປະຫວັດສາດ ໂລະວ່ອງກຸງ ເກິ່ນເທີ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງປູສະນີຍະຖານປະຫວັດສາດ ໂລະວ່ອງກຸງ ເກິ່ນເທີ (ພາບ: TTXVN)

        ປູຊະນີຍະຖານປະຫວັດສາດ ໂລະວ່ອງກຸງ ເກິ່ນເທີ ລວມມີບັນດາລາຍການຄື: ເຂດອາໄລຫາ, ປະຕູ, ສິລາຈາລຶກ, ເດີ່ນ, ທາງຍ່າງເຂດຕົ້ນໄມ້, ລະບົບພື້ນຖານໂຄງລ່າງເຕັກນິກ…ດ້ວຍຍອດເງິນລົງທຶນກ່ວາ 99 ຕື້ດົ່ງ ຈາກແຫຼ່ງທຶນຂອງສັງຄົມ, ໄລຍະເວລາປະຕິບັດເລີ່ມແຕ່ນີ້ຮອດປີ 2020.

        ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງ, ທ່ານ ເຢືອງເຕິ໊ນຫຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກິ່ນເທີ ໃຫ້ຮູ້ວ່າ: ໂລະວ່ອງກຸງ ມີລວງຍາວເກືອບ 30 ກິໂລແມັດ ເຊິ່ງແມ່ນເສັ້ນທາງຄົມມະນາຄົມທີ່ສະດວກ, ມີທີ່ຕັ້ງຍຸດທະສາດສຳຄັນ, ຕັ້ງຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງໃຈກາງນະຄອນ ເກິ່ນເທີ. ໃນການຕໍ່ສູ້ ຕ້ານລ່າເມືອງຂຶ້ນ ຝຣັ່ງ ແລະ ຈັກກະພັດ ອາເມລິກາ, ໂລະວ່ອງກຸງ ມີຊື່ສຽງແມ່ນເຂດດິນແດນດຸເດືອດຂອງ ເກິ່ນເທີ ແມ່ນເສັ້ນທາງມີທີ່ຕັ້ງສຳຄັນພິເສດກ່ຽວກັບຂົງເຂດການທະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ