ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີໄຂກອງປະຊຸມ ຄັ້ງທີ 7 ຂອງ ສະພາປະຊາຊົນນະຄອນຫາຍຟ່ອງ

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ບັນດາຜູ້ແທນ ຈົ່ງເອົາໃຈໃສ່່, ໄຈ້ແຍກເຮັດແຈ້ງສາຍເຫດ, ສະເໜີແນະບັນດາມາດຕະການທີ່ແທດຈິງ ເພື່ອສ້າງການປ່ຽນແປງຢ່າງເຫັນໄດ້ຊັດ ໃນການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ ປີ 2018 ແລະ ໃນຊຸມປີຕໍ່ໄປ. 

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີໄຂກອງປະຊຸມ ຄັ້ງທີ 7 ຂອງ ສະພາປະຊາຊົນນະຄອນຫາຍຟ່ອງ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ກອງປະຊຸມ

(ພາບ:  Haiphong.gov.vn)

        ຕອນເຊົ້າວັນທີ 10 ກໍລະກົດ, ກອງປະຊຸມຄັ້ງທີ 7 ສະພາປະຊາຊົນນະຄອນຫາຍຟ່ອງ ຊຸດທີ 15 ໄດ້ໄຂຂຶ້ນ. ກ່າວຄໍາເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ບັນດາຜູ້ແທນ ຈົ່ງເອົາໃຈໃສ່່, ໄຈ້ແຍກເຮັດແຈ້ງສາຍເຫດ, ສະເໜີແນະບັນດາມາດຕະການທີ່ແທດຈິງ ເພື່ອສ້າງການປ່ຽນແປງຢ່າງເຫັນໄດ້ຊັດ ໃນການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ ປີ 2018 ແລະ ໃນຊຸມປີຕໍ່ໄປ. ທ່ານນາງປະທານສະພາແຫ່ງຊາດ ປາດຖະໜາວ່າ ສະພາປະຊາຊົນນະຄອນ ຈະສືບຕໍ່ປ່ຽນແປງໃໝ່, ເປັນເຈົ້າຕົນເອງ, ມີຫົວຄິດປະດິດສ້າງກວ່າອີກ ໃນການເຄື່ອນໄຫວຕິດຕາມກວດກາ, ຊັກຖາມ ແລະ ຕອບຄໍາຊັກຖາມ. ທ່ານນາງປະທານສະພາແຫ່ງຊາດ ຢັ້ງຢືນວ່າ ສະພາແຫ່ງຊາດ ຍາມໃດກໍສ້າງເງື່ອນໄຂ ເພື່ອໃຫ້ສະພາປະຊາຊົນບັນດາທ້ອງຖິ່ນໄດ້ເຂົ້າຮ່ວມ ແລະ ຮັບຟັງບັນດາວາລະຊັກຖາມ ແລະ ຕອບຄໍາຊັກຖາມຂອງສະພາແຫ່ງຊາດ ທີ່ຫໍປະຊຸມສະພາແຫ່ງຊາດ ເພື່ອຖອດຖອນບົດຮຽນໃນວຽກງານການຈັດຕັ້ງການຊັກຖາມ ແລະ ຕອບຄໍາຊັກຖາມຢູ່ສະພາປະຊາຊົນ.

        ທ່ານນາງປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ ຫາຍຟ່ອງ ຄວນສືບຕໍ່ບູລະນະ,  ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງຄືນໃໝ່ ໃຫ້ກະທັດລັດ,ເຄື່ອນໄຫວຢ່າງມີປະສິດທິຜົນ; ເອົາໃຈໃສ່ເປັນພິເສດເຖິງວຽກງານການບໍາລຸງສ້າງຜູ້ແທນສະພາປະຊາຊົນ. 


ຕອບກັບ

ຂ່າວ/ບົດ​ອື່ນ