ປະທານສະພາແຫ່ງຊາດ ຫວຽດນາມ ຍົກອອກ 5 ການກຳນົດທິດຊຸກຍູ້ການພົວພັນ ຫວຽດນາມ - ໄທ

(VOVWORLD) - ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ.
ປະທານສະພາແຫ່ງຊາດ ຫວຽດນາມ ຍົກອອກ 5 ການກຳນົດທິດຊຸກຍູ້ການພົວພັນ ຫວຽດນາມ - ໄທ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວປາໄສຕໍ່ໜ້ານັກຮຽນຮູ້, ນັກຊ່ຽວຊານຄົ້ນຄວ້າ, ຄູອາຈານ, ນັກຮຶກສາ)

        ໃນຂອບເຂດການຢ້ຽມຢາມ ໄທ ຢ່າງເປັນທາງການ (ແຕ່ວັນທີ 07-10 ທັນວາ), ຕອນເຊົ້າວັນທີ 08 ທັນວາ, ຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ມີບົດກ່າວປາໄສຕໍ່ໜ້ານັກຮຽນຮູ້, ນັກຊ່ຽວຊານຄົ້ນຄວ້າ, ຄູອາຈານ, ນັກຮຶກສາກວ່າ 300 ຄົນຢູ່ມະຫາວິທະຍາໄລ ຈຸລະລອງຄອນ, ເຊິ່ງແມ່ນໜຶ່ງໃນບັນດາມະຫາວິທະຍາໄລມີຊື່ສຽງ ແລະ ດົນນານທີ່ສຸດຢູ່ ໄທ.

        ໃນບົດກ່າວປາໄສ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ, ໃນສະພາບການໂລກ ແລະ ພາກພື້ນຄືໃນປະຈຸບັນ, ການຮັກສາສັນຕິພາບ, ຍູ້ ແລະ ສະກັດກັ້ນສົງຄາມ, ການປະທະກັນໃຫ້ຖອຍໄປ ກາຍເປັນຄວາມຮຽກຮ້ອງທີີ່ຮີບດ່ວນ. ສັນຕິພາບ, ສະຖຽນລະພາບແມ່ນພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ. ຫວຽດນາມ ແລະ ໄທ ພ້ອມກັບບັນດາປະເທດ ອາຊຽນ ຕ້ອງແບ່ງປັນຜົນປະໂຫຍດຍຸດທະສາດ, ຍົກສູງການໂອ້ລົມສົນທະນາ, ການຮ່ວມມື, ບັນດາມາດຕະການສັນຕິພາບ, ເຄົາລົບກົດໝາຍສາກົນ, ປັບປຸງບົດບາດໃຈກາງ ແລະ ຄວາມສະໜິດຕິດພັນ, ເຊື່ອມຕໍ່ຂອງ ອາຊຽນ.

        ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ໄທ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ. ທ່ານຊີ້ແຈ້ງວ່າ, ສະພາແຫ່ງຊາດ ຫວຽດນາມ ປາດຖະໜາຢາກຍູ້ແຮງການຮ່ວມມືຢ່າງຮອບດ້ານ, ບັນລຸປະສິດທິຜົນກັບລັດສະພາ ໄທ, ສືບຕໍ່ຮ່ວມເດີນທາງພ້ອມກັບລັດຖະບານ 2 ປະເທດໃນການສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ  ໄທ.

        “ໃນສະພາບການໂລກມີການຜັນແປຢ່າງວ່ອງໄວ, ສັບສົນ ແລະ ຍາກທີ່ຈະຄາດຄະເນລວງໜ້າໄດ້ຄືໃນປະຈຸບັນ, 2 ປະເທດລ້ວນແຕ່ແມ່ນສະມາຊິກສຳຄັນ, ມີອິດທິພົນຊື່ສຽງ ແລະ ມີຄວາມຮັບຜິດຊອບ. 2 ປະເທດມີການພົວພັນດ້ານການເມືອງ ແລະ ພື້ນຖານອັນດີງາມຄືແນວນັ້ນ. ຂ້າພະເຈົ້າຄິດວ່າ, ເຖິງເວລາແລ້ວເພື່ອຍົກລະດັບການພົວພັນຂອງ 2 ປະເທດ. ໃນອະນາຄົດ, ວິໄສທັດໄດ້ມີຢູ່ແລ້ວ, ສິ່ງສຳຄັນນັ້ນແມ່ນ ຄວາມຕັດສິນໃຈຂອງລັດຖະບານ ແລະ ປະຊາຊົນ 2 ປະເທດ ເພື່ອປະຕິບັດການຫັນຄວາມຄາດຫວັງ, ວິໄສທັດໃຫ້ປະກົດຜົນເປັນຈິງ. ສິ່ງດັ່ງກ່າວຈະນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ ອາຊຽນ, ນຳມາເຊິ່ງຜົນປະໂຫຍດ ແລະ ຄວາມວັດທະນາຖາວອນໃຫ້ແກ່ປະຊາຊົນ 2 ປະເທດ.”

ຕອບກັບ

ຂ່າວ/ບົດ​ອື່ນ