ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຮັດ​ວຽກ​ກັບ​ແຂວງ ກວ໋າງ​ນິງ

(VOVWORLD) -ແຂວງ ກວ໋າງນິງ ຄວນສືບຕໍ່ຊາບຊືມຄຳຮຽກຮ້ອງຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆ ອາຍຸການ 2021 – 2026 ເພື່ອເລືອກເອົາຜູ້ອອກສະໝັກເລືອກຕັ້ງທີ່ເໝາະສົມທີ່ສຸດ; ເສີມຂະຫຍາຍໄດ້ສິດເປັນເຈົ້າຂອງປະຊາຊົນ, ເປີດເຜີຍ, ໂປ່ງໃສ, ຮັບປະກັນຄວາມປອດໄພ ເພື່ອໃຫ້ວັນເລືອກຕັ້ງກາຍເປັນວັນບຸນຂອງທົ່ວປວງຊົນ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຮັດ​ວຽກ​ກັບ​ແຂວງ ກວ໋າງ​ນິງ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຮັດວຽກກັບແຂວງ ກວ໋າງນິງ (ພາບ: TTXVN)

“ຫົວຄິດປະດິດສ້າງທຳອິດຂອງ ກວ໋າງນິງ ແມ່ນປະກາດໃຊ້ແຜນການ, ໃນນັ້ນ ແບ່ງເປັນ 3 ຂັ້ນຕອນ. ສິ້ນສຸດແຕ່ລະຂັ້ນຕອນ ຈະຈັດຕັ້ງການສະຫຼຸບ, ນັບບັດ, ຕີລາຄາຄືນບັນດາວຽກງານທີ່ໄດ້ປະຕິບັດ, ຖອດຖອນບົດຮຽນເພື່ອສືບຕໍ່ຜັນຂະຫຍາຍຂັ້ນຕອນຕໍ່ໄປ. ນີ້ແມ່ນວິທີເຮັດທີ່ມີຫົວຄິດປະດິດສ້າງ, ອາດຈະເຜີຍແຜ່ ແລະ ຂະຫຍາຍອອກສູ່ວົງກວ້າງ. ຫົວຄິດປະດິດສ້າງທີ 2 ແມ່ນ ມີໄຫວພິບໃນການຝຶກອົບຮົມວິຊາສະເພາະໃຫ້ຂັ້ນຕ່າງໆ ແລະ ທີ 3 ແມ່ນ ມີລັກສະນະປະຊາທິປະໄຕ, ມີເງື່ອນໄຂເພື່ອຄັດເລືອກ, ເລືອກເຟັ້ນຜູ້ອອກສະໝັກເລືອກຕັ້ງທີ່ມີຄຸນນະພາບດີທີ່ສຸດ, ຮັບປະກັນການນຳພາຂອງອົງການຈັດຕັ້ງພັກ ແຕ່ຍັງສາມາດສ້າງໄດ້ຄວາມເຫັນດີເຫັນພ້ອມ”.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນໜັກວ່າ ແຂວງ ກວ໋າງນິງ ຄວນສືບຕໍ່ຊາບຊືມຄຳຮຽກຮ້ອງຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆ ອາຍຸການ 2021 – 2026 ເພື່ອເລືອກເອົາຜູ້ອອກສະໝັກເລືອກຕັ້ງທີ່ເໝາະສົມທີ່ສຸດ; ເສີມຂະຫຍາຍໄດ້ສິດເປັນເຈົ້າຂອງປະຊາຊົນ, ເປີດເຜີຍ, ໂປ່ງໃສ, ຮັບປະກັນຄວາມປອດໄພ ເພື່ອໃຫ້ວັນເລືອກຕັ້ງກາຍເປັນວັນບຸນຂອງທົ່ວປວງຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ