ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ການຕ້ອນຮັບ ພະນັກງານການທູດ

ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ການຕ້ອນຮັບ ພະນັກງານການທູດ - ảnh 1
(ພາບ:nguyensinhhung.net)

( vovworld ) – ​​ຕອນ​ບ່າຍວັນ​ທີ 9/4, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ໄດ້​ໃຫ້ການ​ຕ້ອນຮັບ​ພະນັກງານ 25 ທ່ານ ທີ່​ຫາ​ກໍ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແລະ ຫົວໜ້າ​ກົງ​ສູນ​ຫວຽດນາມ ຢູ່​ຕ່າງປະ​ເທດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຊີ້​ແຈ້ງວ່າ ດ້ວຍ​ທີ່​ຕັ້ງພິ​ເສດ​ຂອງ​ຕົນ, ບັນດາ​ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ ມີ​ບົດບາດ​ສຳຄັນ ​ໃນ​ການ​ປະກອບສ່ວນ​ວາງ​ແຜນ​ກຳນົດ, ສ້າງ​ນະ​ໂຍບາຍ​ພັດທະນາ​ເສດຖະກິ​ດສັງຄົມ ​ແລະ ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ຊາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ໃຫ້ບັນດາ​ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ ຈົ່ງ​ຊາບ​ຊືມບັນດາ​ເອກະສານ, ມະຕິ​ຂອງ​ກອງ​ປະຊຸມ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ ທົ່ວ​ປະ​ເທດ​ຄັ້ງທີ 11 ​ເປັນ​ຢ່າງ​ດີ; ກຳ​ແໜ້ນ​ທັດສະນະ, ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ​ກ່ຽວ​ກັບ​ວຽກ​ງານ​ທາງ​ການ​ທູດ; ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ສອງ​ຝ່າຍ, ຫຼາຍ​ຝ່າຍ​ຢ່າງ​ແຮງ, ຮັບ​ໃຊ້​ໃຫ້​ແກ່​ພາລະກິດ​ສ້າງສາ, ພັດທະນາ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ​ຂອງ​ປະ​ເທດ​ຊາດ. ພ້ອມ​ກັນນັ້ນກໍ​ຕັ້ງໜ້າ​ຍູ້​ແຮງ​ການ​ພັດທະນາ​ການ​ພົວພັນ​ດ້ານ​ການ​ທູດ​ປະຊາຊົນ​ກ່ວາ​ອີກ, ​ເພີ່ມ​ທະວີ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ​ເພື່ອນ​ມິດສາ​ກົນ.


ຂ່າວ/ບົດ​ອື່ນ