ປະທານສະພາແຫ່ງຊາດ: ຮ່າງກົດໝາຍວ່າດ້ວຍສານປະຊາຊົນ(ສະບັບປັບປຸງ)ຕ້ອງຮັບປະກັນຕາມຂໍ້ກຳນົດຂອງລັດຖະທຳມະນູນ

(VOVWORLD) -ຕອນເຊົ້າວັນທີ 19 ສິງຫາ ຢູ່ ສຳນັກງານສານປະຊາຊົນສູງສຸດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານວາລະປະຊຸມການນຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍສານປະຊາຊົນສູງສຸດ (ສະບັບປັບປຸງ)
ປະທານສະພາແຫ່ງຊາດ: ຮ່າງກົດໝາຍວ່າດ້ວຍສານປະຊາຊົນ(ສະບັບປັບປຸງ)ຕ້ອງຮັບປະກັນຕາມຂໍ້ກຳນົດຂອງລັດຖະທຳມະນູນ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ວາລະປະຊຸມ. ພາບ:  Doãn Tấn/TTXVN

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ: ການປະຕິຮູບຕຸລາການ ແມ່ນຫນຶ່ງໃນບັນດາເສົາຄ້ຳຂອງເລື່ອງສ້າງລັດແຫ່ງອຳນາດກົດໝາຍໃຫ້ສົມບູນແບບ ເພາະສະນັ້ນ ເນື້ອໃນສຳຄັນຂອງການປະຕິຮູບຕຸລາການແມ່ນສຸມໃສ່ເຂົ້າໃນບັນດາຫນ້າທີ່ປ່ຽນແປງໃຫມ່ການຈັດຕັ້ງ, ການເຄື່ອນໄຫວຂອງລະບົບສານທຸກຂັ້ນ. ເພື່ອສືບຕໍ່ສ້າງ ແລະປັບປຸງລັດແຫ່ງອຳນາດກົດໝາຍ ສສ ຫວຽດນາມ ໃນໄລຍະໃຫມ່, ສານປະຊາຊົນສູງສຸດ ໄດ້ລາຍງານ ແລະ ໄດ້ຮັບຄວາມເຫັນດີເພີ່ມເຕີມໂຄງການສ້າງກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ)ຈາກສະພາແຫ່ງຊາດ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນຫນັກວ່າ: ເລື່ອງປັບປຸງບັນດາຂໍ້ກຳນົດຂອງກົດໝາຍ ຕ້ອງສອດຄ່ອງກັບທັດສະນະ, ແຜນນະໂຍບາຍຂອງພັກ ແລະ ໃນຂອບເຂດຂໍ້ກຳນົດຂອງລັດຖະທຳມະນູນ, ສອດຄ່ອງກັບຈຸດພິເສດຂອງລະບົບການເມືອງ ແລະ ພຶດຕິກຳຕົວຈິງຂອງຫວຽດນາມ ໃນໄລຍະໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ