​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້: ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ທາງຫຼັງ ໃນ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ແມວ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ແກ່ກຳລັງປະກອບອາວຸດ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ກຳມະກອນ, ຜູ້ອອກແຮງງານ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນເມືອງ ບາດຊາດ, ແຂວງ ລາວກາຍ.
​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້: ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ທາງຫຼັງ ໃນ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ແມວ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ກຳລັງຕຳຫຼວດແຂວງ ລາວກາຍ (ພາບ: VOV)

ໂດຍສືບຕໍ່ການຢ້ຽມຢາມ, ອວຍພອນບຸນປີໃໝ່ຢູ່ແຂວງ ລາວກາຍ, ຕອນເຊົ້າວັນທີ 16 ມັງກອນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ແກ່ກຳລັງປະກອບອາວຸດ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ກຳມະກອນ, ຜູ້ອອກແຮງງານ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນເມືອງ ບາດຊາດ, ແຂວງ ລາວກາຍ.

​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້: ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ທາງຫຼັງ ໃນ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ແມວ - ảnh 2ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຕີລາຄາສູງຜົນງານເຊິ່ງແຂວງ ລາວກາຍ ບັນລຸໄດ້ໃນໄລຍະຜ່ານມາ 
 ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຕີລາຄາສູງຕໍ່ຜົນງານເຊິ່ງແຂວງ ລາວກາຍ, ເມືອງ ບາດຊາດ ແລະ ກຳລັງທະຫານປ້ອງກັນຊາຍແດນບັນລຸໄດ້ໃນໄລຍະຜ່ານມາ, ພິເສດໃນປີ 2022; ພ້ອມທັງເຊື່ອໝັ້ນວ່າ ແຂວງ ລາວກາຍ ຈະບັນລຸໄດ້ເປົ້າໝາຍກາຍເປັນແຂວງມີລະດັບເຕີບໂຕສູງຂອງເຂດໃນປີ 2025; ກາຍເປັນແຂວງມີລະດັບດີພໍສົມຄວນຂອງປະເທດໃນປີ 2030 ແລະ ເປັນແຂວງພັດທະນາຂອງປະເທດໃນປີ 2045. ທ່ານເນັ້ນໜັກວ່າ:

        “ຂ້າພະເຈົ້າຫວັງວ່າ ຄະນະພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ ແລະ ປະຊາຊົນໃນບໍລິເວນ ຈະເບິ່ງແຍງດູແລຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ ແລະ ຜູ້ປະສົບກັບຄວາມຫຍຸ້ງຍາກໃຫ້ເປັນຢ່າງດີ. ເດັດດຽວ ຕັດສິນໃຈຢ່າງເດັດດ່ຽວ ເພື່ອໃຫ້ບຸກຄົນຕ່າງກໍໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ ແລະ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ ໃນບຸນປີໃໝ່ປະຈຳຊາດ ປີແມວ 2023 ນີ້”.

Le Tuyet

ຕອບກັບ

ຂ່າວ/ບົດ​ອື່ນ