ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບເອກອັກຄະລັດຖະທູດ ອິນໂດເນເຊຍ, ອີຣານ ປະຈຳ ຫວຽດນາມ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ຫວຽດນາມ ແລະ ອິນໂດເນເຊຍ ລ້ວນແຕ່ພວມປະເຊີນໜ້າກັບບັນດາສິ່ງທ້າທາຍມີລັກສະນະທົ່ວໂລກ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບເອກອັກຄະລັດຖະທູດ ອິນໂດເນເຊຍ, ອີຣານ ປະຈຳ ຫວຽດນາມ - ảnh 1ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ

ຕອນເຊົ້າວັນທີ 25 ກໍລະກົດ, ທີ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານ Denny Abdi, ເອກອັກຄະລັດຖະທູດ ສ.ອິນໂດເນເຊຍ ປະຈຳ ຫວຽດນາມ ແລະ ທ່ານ Ali Akbar Nazari, ເອກອັກຄະລັດຖະທູດ ສ. ອິດສະລາມ ອີຣານ ປະຈຳ ຫວຽດນາມ.

        ທີ່ການຕ້ອນຮັບທ່ານ Denny Abdi, ເອກອັກຄະລັດຖະທູດ ສ.ອິນໂດເນເຊຍ ປະຈຳ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ຫວຽດນາມ ແລະ ອິນໂດເນເຊຍ ລ້ວນແຕ່ພວມປະເຊີນໜ້າກັບບັນດາສິ່ງທ້າທາຍມີລັກສະນະທົ່ວໂລກ, ພ້ອມກັນເຂົ້າຮ່ວມ 2 ບັ້ນເຄື່ອນໄຫວຫັນປ່ຽນສຳຄັນທີ່ສຸດນັ້ນແມ່ນການຫັນປ່ຽນພະລັງງານແບບຍຸຕິທຳ ແລະ ການຫັນປ່ຽນສູ່ດີຈີຕອນ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ສະເໜີໃຫ້ສອງປະເທດຊຸກຍູ້ການຮ່ວມມືຮັກສາບັນດາລະບົບການສະໜອງທີ່ມີຄຸນນະພາບຄື: ການຮ່ວມມືໃນຂົງເຂດການເດີນທະເລ, ສິນໃນນ້ຳ, ອາຊີບຫາປາ, ຜະລິດຕະພັນກະເສດ…

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບເອກອັກຄະລັດຖະທູດ ອິນໂດເນເຊຍ, ອີຣານ ປະຈຳ ຫວຽດນາມ - ảnh 2ການຕ້ອນຮັບທ່ານເອກອັກຄະລັດຖະກິດ ອີຣານ

        ສ່ວນທ່ານ Denny Abdi, ເອກອັກຄະລັດຖະທູດ ສ.ອິນໂດເນເຊຍ ປະຈຳ ຫວຽດນາມ ຖືວ່າ: ຫວຽດນາມ ແລະ ອິນໂດເນເຊຍ ມີໂຄງປະກອບປະຊາກອນໜຸ່ມ ແລະ ນີ້ແມ່ນທ່າແຮງຂອງສອງປະເທດ ເມື່ອທຽບໃສ່ບັນດາປະເທດອື່ນ. ດັ່ງນັ້ນ, ຫວັງວ່າ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມີສຽງເວົ້າຊຸກຍູ້ການຮ່ວມມືກ່ຽວກັບການຄົ້ນຄ້ວາ ແລະ ສຶກສາລະຫວ່າງສອງປະເທດ.

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ. ອິດສະລາມ ອີຣານ Ali Akbar Nazari, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນຮອບດ້ານກັບ ອີຣານ ໃນທຸກຂົງເຂດ.

        ສ່ວນທ່ານ ເອກອັກຄະລັດຖະທູດ Ali Akbar Nazari ຢັ້ງຢືນວ່າ ອີຣານ ຍາມໃດກໍ່ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ຍາມໃດກໍ່ຖື ຫວຽດນາມ ແມ່ນເພື່ອນມິດທີ່ສະໜິດສະໜົມ, ໜ້າໄວ້ເນື້ອເຊື່ອໃຈຂອງ ອີຣານ.            

ຕອບກັບ

ຂ່າວ/ບົດ​ອື່ນ