ປະທານສະພາແຫ່ງຊາດພົບປະກັບພະນັກງານສະຖານທູດແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມອາໄສຢູ່ຈີນ

(VOVWORLD) -ໃນຂອບເຂດການຢ້ຽມຢາມສປ.ຈີນ ຢ່າງເປັນທາງການ, ຕອນທ່ຽງວັນທີ 11 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ພົບປະ ແລະ ໂອ້ລົມກັບພະນັກງານສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ຈີນ.
ປະທານສະພາແຫ່ງຊາດພົບປະກັບພະນັກງານສະຖານທູດແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມອາໄສຢູ່ຈີນ - ảnh 1 (ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ)

ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ແຈ້ງໃຫ້ພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ຈີນ ຊາບກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ ບັນລຸໄດ້ຜົນງານທີ່ດີ. ທ່ານນາງປະທານສະພາແຫ່ງຊາດ ກໍ່ໄດ້ຕີລາຄາສູງການເຄື່ອນໄຫວຂອງສະຖານທູດ ແລະ ເນັ້ນໜັກວ່າ, ພັກ, ລັດ, ໃນນັ້ນມີສະພາແຫ່ງຊາດ ຍາມໃດກໍ່ເອົາໃຈໃສ່, ສະໜັບສະໜູນ, ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການຕາງໜ້າຂອງຫວຽດນາມ ປະຈຳຕ່າງປະເທດໄດ້ມີການເຄື່ອນໄຫວສະດວກທີ່ສຸດ ເພື່ອປະກອບສ່ວນຮັບໃຊ້ພາລະກິດສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວວ່າ.

        “ກ່ຽວກັບວຽກງານຂອງສະຖານທູດ, ຂ້າພະເຈົ້າຕີລາຄາສູງ ແລະ ຂອບໃຈສະຖານທູດທີ່ໄດ້ສົມທົບກັບບັນດາອົງການຈັດຕັ້ງຢູ່ພາຍໃນປະເທດ ແລະ ບັນດາອົງການຈັດຕັ້ງຂອງຈີນ ໃນການຈັດຕັ້ງການຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນບັນລຸຜົນສຳເລັດເປັນຢ່າງດີ. ຂ້າພະເຈົ້າຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງສະຖານທູດ ແລະ ພາລະກອນທຸກຄົນຂອງບັນດາອົງການຕາງໜ້າທີ່ໄດ້ປະຕິບັດວຽກງານເປັນຢ່າງດີ, ສ້າງປະສິດທິຜົນອັນໃຫຍ່ຫຼວງທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ທ່ອງທ່ຽວ. ຂ້າພະເຈົ້າປາດຖະໜາວ່າ, ພວກເຮົາຈະສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ຮັກຊາດ, ເພື່ອສ້າງປະຊາຄົມຊາວຫວຽດນາມ ອາໄສຢູ່ຈີນ, ກໍຄືເຂົ້າຮ່ວມການສ້າງສາປະເທດຊາດຂອງພວກເຮົາ”.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ນະຄອນຫຼວງປັກກິງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດໃຫຍ່ຂອງຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ