ປະທານສະພາແຫ່ງຊາດລາວຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ

ປະທານສະພາແຫ່ງຊາດລາວຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ - ảnh 1
ທ່ານ​ນາງ​ປະທານ​ສະພາ​​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້ ​​ຕ້ອນ​ຮັບ​ ​ທ່ານ​ນາງ ​ເຈືອງ​ທິມາຍ

(vovworld) -  ຕອບ​ບ່າຍ​ວັນ​ທີ 3/8, ຢູ່​ນະຄອນຫລວງ ວຽງ​ຈັນ, ທ່ານ​ນາງ​ປະທານ​ສະພາ​​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້ ​ໄດ້​ໃຫ້ການ​ຕ້ອນ​ຮັບ​ຄະນະ​ຜູ້​ແທນ​ກຳມາທິການບັນດາ​ບັນຫາ​ສັງ​ຄົມ ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ນາງ ​ເຈືອງ​ທິມາຍ ​ເປັນ​ຫົວໜ້າ​ກຳມາ​ທິການ ນຳ​ໜ້າ ທີ່ພວມ​ ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ຢືນຢັນຄວາມປາດ​ຖະໜາ​ຢາກ​ໃຫ້​ສະພາ​ແຫ່ງ​ຊາດ​ 2 ປະ​ເທດສືບ​ຕໍ່​ສະໜັບສະໜູນ​ເຊິ່ງກັນ​ ແລະ​ ກັນ​ໃນ​ບັນດາ​ເວ​ທີ​ປາ​ໄສ​ສາກົນ. ທ່ານ​ນາງ ​ເຈືອງ​ທິມາຍ ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ ຂອງ​ຄະນະກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ສືບ​ຕໍ່​​ເຮັດ​ໃຫ້​ການ​ພົວພັນ​ລະຫວ່າງ 2 ສະພາ​ແຫ່ງ​ຊາດ​, 2 ກຳມາ​ທິການ​ເລິກ​ເຊິ່ງຂຶ້ນ​ຕື່ມ.

 

ຂ່າວ/ບົດ​ອື່ນ