ປະທານສະພາແຫ່ງຊາດລາວປານີ ຢາທໍ່ຕູ້ ຕ້ອນຮັບຮອງປະທານສະພາແຫ່ງຊາດຫວຽດນາມ

ປະທານສະພາແຫ່ງຊາດລາວປານີ ຢາທໍ່ຕູ້ ຕ້ອນຮັບຮອງປະທານສະພາແຫ່ງຊາດຫວຽດນາມ - ảnh 1
(ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ​ລ​າວ​ປາ​ນີ ຢາ​ທໍ່​ຕູ້
ຕ​້ອນ​ຮັບ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ)

(vovworld) - ​ຕອນ​ບ່າຍ​ວັນ​ທີ 06/09, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ປະ​ເທດ​ລາວ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ໂດ້​ບ໋າ​ຕີ້ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ​ປາ​ນີ ຢາ​ທໍ່​ຕູ້. ທ່ານ​​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ​ປາ​ນີ ຢາ​ທໍ່​ຕູ້ ໄດ້​ຂອບ​ໃຈ​ຫວຽດ​ນາມ ​ແລະ ​ເຊື່ອ​ໝັ້ນ​ວ່າ ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ຈະນັບ​ມື້​ນັບ​ໄດ​້​ຮັບ​ການຮັດ​ແໜ້ນ ແລະ ເຂົ້າ​ສູ່​ລ​ວງ​ເລິກ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດໜູນ​ຊ່ວຍ​ດ້ານ​ກົດ​ໝາຍ, ສ້າງ​ກອບ​ນິ​ຕິ​ກຳ​ໃຫ້​ການ​ຮ່ວມ​ມື​ໃນ​ທຸ​ກ​ຂົງ​ເຂດ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໂດ້​ບ໋າ​ຕີ້ ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່​ວມ​ມື, ແລກ​ປ່ຽນ​ຂໍ້​ມ​ູ​ນ​ຂ່າວ​ສານ, ບົດ​ຮຽນ​ໃນ​ຂົງ​ເຂດ​ເຄື່​ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ ເພື່ອ​ໃຫ້ 2 ຝ່າຍ​ປະ​ຕິ​ບັດ​ໜ້າ​ທີ່​​ສ້າງ​ກົດ​ໝາຍ, ຕິດ​ຕາມກວດ​ກາ ແລະ ຕົກ​ລົງ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ລະ​ຫວ່າງ 2 ປະ​ເທດໃຫ້​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ