ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ຢ້ຽມຢາມ ອຸດອນທານີ, ປະເທດໄທ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ຢ້ຽມຢາມ ອຸດອນທານີ, ປະເທດໄທ - ảnh 1
ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ
ຢ້ຽມຢາມ​ແຂວງ ອຸດອນ​ທານີ
(ພາບ: daibieunhandan.vn)


(vovworld) -     ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມສັນທະ​ວະໄມຕີ​ໄທ, ຕອນ​ເຊົ້າ​ວັນ​ທີ 4/12, ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ແຂວງ ອຸດອນ​ທານີ, ​ແຫ່ງປະ​ເທດ​ໄທ. ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ​ ກ່າວ​ວ່າ.

        “​ພໍ່​ແມ່ປະຊາຊົນ​ພວກ​ເຮົາ​ຢູ່​ພາຍ​ໃນ​ຫຼື​ຕ່າງປະ​ເທດ​ລ້ວນ​ແຕ່​ແມ່ນ​ຊາວ​ຫວຽດນາມ, ​ເປັນລູກ​ມັງກອນ, ຫຼານ​ເ​ທວະ​ດາລ້ວນ​ແຕ່​ອວຍ​ໜ້າ​ເມື​ອ​ຫາ​ປະ​ເທດ​ຊາດ ​ເພື່ອ​ສ້າງສາ​ປະ​ເທດ​ພວກ​ເຮົາ​ສັນຕິພາບ, ​ເອກະ​ພາບ, ​ເອກະລາດ, ປະຊາທິປະ​ໄຕ, ຮັ່ງມີ ​ແລະ ລ້ວນ​ແຕ່​ປະຕິບັດ​ໜ້າ​ທີ່​ສາກົນ​ສ້າງ​ຄວາມ​ມິດຕະພາບ​ລະຫວ່າງ​ບັນດາ​​ປະ​ຊາຊາດ. ຊາວ​ຫວຽດນາມ ອາ​ໄສ​ຢູ່​​ແຂວງອຸດອນ, ຢູ່ບາງ​ກົກ, ຢູ່​ບັນດາ​ແຂ​ວງຂອງ​ໄທ ກໍ​ຄືຊາວ​ຫວຽດນາມ ອາ​ໄສ​ຢູ່​ປະ​ເທດ​ຕ່າງໆ ກໍ​ພວມ​ປະຕິບັດ​ໜ້າ​ທີ່​ສ້າງ​ຄວາມ​ສາມັກຄີລະຫວ່າງ​ ຫວຽດນາມ ກັບ​ບັນດາ​ປະ​ເທດໃນ​ໂລກ, ນີ້ກໍ​​ແມ່ນ​ການປະຕິບັດ​ຄວາມ​ມຸ້ງ​ຫວັງ​ຂອງ​ປະທານ​ໂຮ່ຈິ​ມິນ”.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຕ້ອນຮັບ​ເຈົ້າ​ແຂວງ ​ແຂວງ​ອຸດອນ​ທານີເຂົ້າ​ຢ້ຽມ​ຢາ​ຂໍ່ານັບ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ສະ​ເໜີ​ໃຫ້​ອຳນາດ​ການ​ປົກ​ຄອງ​ແຂວງ ​ອຸດອນ​ທານີ ສ້າງ​ເງື່ອນ​​ໄຂ​ຊື້​, ​ເຊົ່າທີ່ດິນ ​ເພື່ອ​ກໍ່ສ້າງ​ໂຮງຮຽນ​ສອນ​ພາສາ​ຫວຽດ, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ, ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ​ເຈົ້າ​ແຂວງ​ອຸດອນ​ທານີ ຈະ​ສືບ​ຕໍ່​ໄດ້​ຮັບ​ຜົນງານ​ທີ່​ໃຫຍ່​ຫຼວງ​​ໃນ​ບັນດາ​ຂົງ​ເຂດ​ຍີງກວ່າ​ອີກ ​ແລະ ​ແມ່ນ​ຈຸດ​​ທິ່​ລະ​ຫວ່າງ​ສະ​ໄຫວ​ໃນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ