ປະທານສະພາແຫ່ງຊາດຫງວຽນຊີງຮຸ່ງຕ້ອນຮັບຄະນະສະມາຊິກສະພາສູງອາເມລິກາ

ປະທານສະພາແຫ່ງຊາດຫງວຽນຊີງຮຸ່ງຕ້ອນຮັບຄະນະສະມາຊິກສະພາສູງອາເມລິກາ - ảnh 1
ທ່ານ Bob Corker


(vovworld)- ຕອນ​ບ່າຍ​ວັນ​ທີ 4/8, ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຕ້ອນຮັບ​ທ່ານ Bob Corker, ສະມາຊິກ​ສະພາ​ສູງ, ສະມາ​ຊິກ​ຂັ້ນ​ສູງ​ຂອງ​ຄະນະກຳມາ​ທິການ​ສະພາ​ສູງ ອາ​ເມ​ລິ​ກາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊີງ​ຮຸ່ງ ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ ຫວຽດນາມ ປາດ​ຖະຫນາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ. ​ເມື່ອ​ເວົ້າ​ເຖິງ​ບັນຫາທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະທານ​ສະພາ​ແຫ່ງຊາດ ຫງວຽນ​ຊີງ​ຮຸ່ງ ຢືນຢັນ: ສະພາ​ແຫ່ງ​ຊາດ ຫວຽດນາມ ຄັດຄ​້ານການ​ກະທຳ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ທີ່​ໄດ້​ນາບ​ຂູ່​ເຖິງ​ຄວາມ​ໝັ້ນຄົງ, ສັນຕິພາບ​ຢູ່​ພາກ​ພື້ນ. ສະພາ​ແຫ່ງ​ຊາດ​ຫວຽດນາມ ​ເຊື່ອ​ໝັ້ນ​ຕໍ່​ບົດບາດ​ຂອງ ສປຊ, ບັນດາ​ອົງການ​ສາກົນ​ໃນ​ການ​ຕໍ່ສູ້​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດດ້ານ​ກົດໝາຍ​ຂອງ​ບັນດາ​ປະ​ເທດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສ່ວນ​ທ່ານ Bob Corker, ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ ຢືນຢັນ: ສະພາ​ສູງ​ອາ​ເມ​ລິ​ກາ ພ້ອມ​ແລ້ວ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຢ່າງ​​ແຮງ, ​ເປັນ​ຕົ້ນ​ແມ່ນ​ບົດຮຽນ​ໃນ​ການ​ປະກາດ​ໃຊ້​ບັນດາ​ກົດໝາຍ, ທ່ານ​ຍັງ​ເນັ້ນ​ຫນັກ​ວ່າ: ອາ​ເມ​ລິ​ກາ ສົນ​ໃຈ​ທີ່​ສຸດ​ເຖິງ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຄັດຄ້ານ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ​ໃນ​ໄລຍະ​ຜ່ານ​ມາ.
ກ່ອນຫນ້ານັ້ນ, ຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ກໍໄດ້ຕ້ອນຮັບທ່ານ Bob Corker ສະມາຊິກສະພາສູງອາເມລິກາ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຖືວ່າ: ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອ ເພີ່ມທະວີການພົວພັນໃນໄລຍະຈະມາເຖິງ.

ຂ່າວ/ບົດ​ອື່ນ