ປະທານສະພາແຫ່ງຊາດຫງວຽນຊິງຮູ່ງພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່າຕີ້ງ

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່າຕີ້ງ - ảnh 1
ປະທານສະພາແຫ່ງຊາດຫງວຽນຊິງຮູ່ງພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່າຕີ້ງ

(vovworld) – ​ຕອນ​ເຊົ້າ​ວັນ​ທີ 28/4, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ແລ​ະ ຄະນະ​ສສຊ ​ແຂວງ ຮ່າ​ຕີ້​ງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕາ​ແສງ ​ແທກ​ບັ່ງ, ​ເມືອງ ​ໂລກ​ຮ່າ, ​ແຂວງ ຮ່າ​ຕີ້​ງ, ​ເພື່ອ​ກະກຽ​ມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​​ແຫ່ງ​ຊາດ ຊຸດ​ທີ 13 ​ໃນ​ເດືອນ 5 ຈະ​ມາ​ເຖິງ. ທີ່​ການ​ພົບ​ປະ, ຜູ້​ມີ​ສິດ​ເລືອກຕັ້ງ​ຕາ​ແສງ ​ແທກ​ບັ່ງ ມີ​ຫຼາຍ​ຂໍ້​ສະ​ເໜີ​ຕໍ່​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ແລະ ຄະນະ ສສຊ ​ແຂວງ ​ໃນ​ການ​ກໍ່ສ້າງ​ຮ່າງ​ກົດໝາຍ ​ແລະ ນະ​ໂຍບາຍ, ພິ​ເສດ​ແມ່ນ​ນະ​ໂຍບາຍ​ສຳລັບ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕາ​ແສງ ​ແທກ​ບັ່ງ ປາດ​ຖະໜາ​ວ່າ: ລັດຖະບານ, ສະພາ​ແຫ່ງ​ຊາດ ​ແລະ ​ແຂວງ ຮ່າ​ຕີ້ງ ສືບ​ຕໍ່​ມີຫຼາຍ​ນະ​ໂຍບາຍ​ໜູນ​ຊ່ວຍ​ໃຫ້​ຊາວ​ປະມົງ​ຫາ​ປາ​ບົນ​ທະ​ເລ, ຕິດ​ພັນ​ກັບ​ທະ​ເລ. ບັນຫາ​ປ້ອງ​ກັນ, ຕ້ານ​ໄພ​ຫຍໍ້​ທໍ້, ​ການ​ສໍ້​ລາດ​ບັງ​ຫຼວງ, ອາຍຸ​​ກິນ​ເບ້ຍ​ບຳນານ​ຂອງ​ຄົນ​ງານ, ນະ​ໂຍບາຍ​​ປະກັນ​ສັງຄົມ.​.​​.​. ກໍ່​ໄດ້​ຮັບ​ການສະ​ໜີ.

        ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ: ພັກ ​ແລະ ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ປະຊາຊົນ, ພິ​ເສດ​​ແມ່ນ​ປະຊາຊົນ​ເຂດ​ແຄມ​ທະ​ເລ​ໃນ​ການ​ຫາ​ສິນ​ທະ​ເລ, ຫາ​ປາ​ໄກ​ຝັ່ງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ໃຫ້​ ​ເມືອງ ​ໂລກ​ຮ່າ, ແຂວງ ຮ່າ​ຕີ້​ງ ​ເອົາ​ໃຈ​ໃສ່​ພັດທະນາ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃນ​ນັ້ນ​ຕ້ອງ​ຮັບປະກັນ​ຄຸນ​ນະພາ​ບ​ແນວ​ພັນ​ປູກ, ຜົນລະປູກ ​ແລະ ​ເພີ່ມ​ທະວີ​ການມອບ​ໂອນ​ເຕັກ​ນິກ ​ໃຫ້​​ແກ່​ປະຊາຊົນ, ຕິດ​ພັນ​ການ​ຜະລິດ ກັບ​ການ​ຈຳໜ່າຍຜະລິດ​ຕະພັນ. ທ່ານ​ປະທານສະພາ​ແຫ່ງ​ຊາດ ​ເນັ້ນ​ໜັກ​ເລື່ອງ​ປັບປຸງ, ປະກາດ​ໃຊ້​ບັນດາ​ກົດໝາຍ, ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ແມ່ນ​ເພື່ອ​​ແນ​ໃສ່​ຮັບປະກັນ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ.

     ​​ໃນ​ວັນ​ດຽວ​ກັນ, ທ່ານ​ຫງວຽນ​ບາ​ແທງ, ຫົວໜ້າ​ຄະນະ​ວຽກ​ງານການ​ເມືອງ​ພາຍ​ໃນພ້ອມ​ກັບ​ບັນດາ​ຜູ້​ແທນ​ຂອງ​ຄະນະ ສສຊ ນະຄອນ​ດ່າ​ນັງ ​ໄດ້​ພົ​ບປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງບັນດາ​ເມືອງ​ໃຈກາງ​ຂອງ​ນະຄອນ​ດ່າ​ນັງ. ນະ​ທີ່​ນີ້, ຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​ສືບ​ຕໍ່​ກູ້​ຢືມ​ທຶນ​ໜູນ​ຊ່ວຍ​ພັດທະນາ ODA, ທ່ານ​ຫງວຽນ​ບາ​ແທງ ​ໃຫ້​ຮູ້​ວ່າ, ປະ​ເທດ​ພວມ​ໃນ​ທ່າ​ພັດທະນາ, ​ເສີມ​ຂະຫຍາຍ​ກຳລັງ​ພາຍ​ໃນ​ແຕ່​ຍັງ​ຕ້ອງການ​ແຫຼ່ງທຶນ​ກູ້​ຢືມ​ບຸລິມະສິດ​ຂອງ​ສາກ​ົນ.

   “ຫວຽດນາມ​ຍັງ​ແມ່ນ​ປະ​ເທດ​ທຸກ​ຍາກ, ຕ້ອງການ​ແຫຼ່ງທຶນ​ກູ້​ຢືມ​ຂອງ​ປະ​ເທດ​ຕ່າງໆ​ເພື່ອ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ. ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຄຸ້ມ​ຄອງ​ແຫຼ່ງທຶນ​ນີ້​ໃຫ້​ແໜ້ນ​ແຟ້ນ, ລົງທຶນ​​ໃຫ້​ມີ​ປະສິດທິ​ຜົນ. ບັນດາ ສສຊ ຈະ​ຮັບ​ຟັງ​ຄຳ​ເຫັນ​ທີ່​ຖືກຕ້ອງ, ​ແທດ​ຈິງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເພື່ອ​ສ່ອງ​ແສງ​ຕໍ່​ຄະນະ ສສຊ, ສະພາ​​ແຫ່ງ​ຊາດ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ສູນ​ກາງ“./.

ຂ່າວ/ບົດ​ອື່ນ