ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຢ້ຽມຢາມສະຖານທູດແລະພົບປະສັງສັນກັບຊາວຫວຽດນາມອາໄສຢູ່ປັກກິ່ງ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຢ້ຽມຢາມສະຖານທູດແລະພົບປະສັງສັນກັບຊາວຫວຽດນາມອາໄສຢູ່ປັກກິ່ງ - ảnh 1
 ( ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ​່ງ ​ຢ້ຽມຢາມ
​ສະຖານທູດ ຫວຽດນາມ ປະຈຳ ປັກ​ກິ່ງ ຈີນ )

(vovworld) – ​ເນື່ອງ​ໃນ​ໂອກາດ​ການຢ້ຽມຢາມມິດຕະພາບ ຈີນ ຢ່າງ​ເປັນ​ທາງ​ການ, ຕອນ​ຄ່ຳ​ວັນ​ທີ 23/12, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ​່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄປ​ຢ້ຽມຢາມ​ພະນັກງານ, ພາລະ​ກອນ​ສະຖານທູດ ຫວຽດນາມ ປະຈຳ ປັກ​ກິ່ງ ​ແລະ ​ໂອ້​ລົມ​ກັບ​ຜູ້​ຕາງ​ໜ້າປະຊາ​ຄົມ​ຊາວ ຫວຽດນາມ ພວມ​ຮ່ຳຮຽນ, ດຳລົງ​ຊີວິດ​ຢູ່​ທີ່ນີ້. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ: ຜົນສຳ​ເລັດ​ຂອງ​ການ​ເຄື່ອນ​ໄຫວ​ ພົວພັນ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ມີ​ການ​ປະກອບສ່ວນອັນ​ໃຫຍ່​ຫລວງ​ຂອງບັນດາ​ນັກ​ການ​ທູດ, ​ໃນ​ນັ້ນ ມີ​ບັນດາ​ພະນັກງານ, ພາລະ​ກອນ​ສະຖານທູດ ຫວຽດນາມ ປະຈຳ ຈີນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຖື​ວ່າ: ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຈີນ ​ແມ່ນດີ​ຢູ່​ແລ້ວ ​ແລະ ນັບ​ມື້​ນັບ​ດີ​ກ່ວາ​ອີກ ​ແມ່ນ​ໜ້າ​ທີ່​ໃຫຍ່​ຫລວງ​ຂອງ​ພະນັກງານ, ພາລະ​ກອນ​ສະຖານທູດ ຫວຽດນາມ. ສາຍ​ພົວພັນ​ຮ່ວມ​ມື “ທັງ​ເປັນ​ເພື່ອນ​ມິດ​ສະ​ຫາຍ, ທັງ​ເປັນ​ອ້າຍ​ນ້ອງ” ​ລະຫວ່າງ ຫວຽດນາມ ​ແລະ ຈີນ ຄວນ​​ສືບ​ຕໍ່​​ໄດ້​ຮັບ​ການເພີ່ມພູນ​ຄູນ​ສ້າງຈາກ 2 ຝ່າຍ.

ຂ່າວ/ບົດ​ອື່ນ