ປະທານສະພາແຫ່ງຊາດຫງວຽນຊີງຮຸ່ງເຂົ້າຮ່ວມພິທີອັດສົກຮຽນ2013-2014ຂອງວິທະຍາຄານປ້ອງກັນຊາດ

ປະທານສະພາແຫ່ງຊາດຫງວຽນຊີງຮຸ່ງເຂົ້າຮ່ວມພິທີອັດສົກຮຽນ2013-2014ຂອງວິທະຍາຄານປ້ອງກັນຊາດ - ảnh 1
ພາບປະກອບ:internet


(vovworld)- ​ເມື່ອ​ເຂົ້າ​ຮ່ວມທີ່​ພິທີ​ອັດ​ສົກຮຽນ​ປີ 2013-2014 ດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 30/7, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ເນັ້ນ​ຫນັກ​ວ່າ: ຈຸດໝາຍ, ຫນ້າ​ທີ່​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແມ່ນ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ຜືນ​ແຜ່ນດິນອັນ​ຄົບ​ຖ້ວນ ​ແລະ ​ໂຮມ​ປະ​ເທດ​ຊາ​ດ​ເປັນ​ເອກະ​ພາບ, ປົກ​ປັກຮັກສາ​ພັກ, ລັດ ​ແລະ ລະບອບ​ສັງຄົມ​ນິຍົມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຊີ້​ແຈ້ງວ່າ: ຫນ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ໃນ​ສະພາບ​ການ​ໃຫມ່ ຮຽກຮ້ອງ​ການ​ຫັນປ່ຽນ​ຢ່າງ​ເຫັນ​ໄດ້​ຊັດ ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ລັດ, ປັບປຸງ​ລະບົບ​ການ​ເມືອງ​, ສຸມ​ໃສ່​ຊີ້​ນຳ​ພັດທະນາ​ເສດຖະກິດ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນ​ຄົງ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ເພ່ືອ​ພັດທະນາ​ປະ​ເທດ​ຊາດ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນຊີງ​ຮຸ່ງ ຊີ້​ແຈ້ງວ່າ:

        “ຕ້ອງ​ຊາບ​ຊືມ ​ແລະ ປະຕິ​ບັດ​ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບຢ່າງ​ມີ​ປະສິດທິ​ຜົນ. ຕ້ອງ​ສົມທົບ​ 2 ຫນ້າ​ທີ່​ຍຸ​ດທະ​ສາດ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຢ່າງ​ແຫນ້ນ​ແຟ້ນ, ພັດທະນາ​ເສດຖະກິດ​ກັບ​ຫນ້າ​ທີ່​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​; ສົມທົບ​ຫນ້າ​ທີ່​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ກັບ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດຢ່າງ​ແຫນ້ນ​ແຟ້ນ.”

ຂ່າວ/ບົດ​ອື່ນ