ປະທານສະພາແຫ່ງຊາດຫງວຽນທິກີມເງິນຕິດຕາມກວດກາວຽກງານການເລືອກຕັ້ງຢູ່ແຂວງເຮົ້າຢາງ

ປະທານສະພາແຫ່ງຊາດຫງວຽນທິກີມເງິນຕິດຕາມກວດກາວຽກງານການເລືອກຕັ້ງຢູ່ແຂວງເຮົ້າຢາງ - ảnh 1
(ທ່ານນາງປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ທິກີ​ມ​ເງິນ
ຕິດ​ຕາມ​ກວດກາ​ວຽກ​ງານ​ການເລືອກຕັ້ງ​ຢູ່​ແຂວງ​ເຮົ້າ​ຢາງ)


(vovworld) - ຕອນ​ເຊົ້າ​ວັນ​ທີ 08/05, ຢູ່​ນະຄອນ ວິ້​ແທງ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ, ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຂວງ ​ເຮົ້າ​ຢາງ ກ່ຽວ​ກັບ​ວຽກ​ງານ​ກະກຽມ​​ໃຫ້​ແກ່ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ແລະ ຄະນະ​ຕິດຕາມ​ກວດກາ​ຕີ​ລາ​ຄາ​ສູງ​ວຽກ​ງານ​ກະກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ຂອງ​ແຂວງ​ ​ເຮົ້າ​ຢາງ​ ແມ່ນປະຕິບັດ​ຢ່າງ​ເຂັ້ມ​ງວດ ​ແລະ ທັນ​ການ. ມາ​ຮອດ​ປະຈຸ​ບັນ, ​ເລື່ອງສ້າງ​ຕັ້ງ​ບັນດາ​ອົງການ​ຮັບຜິດຊອບ​ການ​ເລືອກ​ຕັ້ງ ​ໄດ້​ດຳ​ເນີນ​ຖືກ​ກັບ​ຄວາມ​ຄືບ​ໜ້າ; ບັນດາ​ກອງ​ປະຊຸມ​ປຶກ​ສາຫາລື​ໄດ້​ຮັບ​ການຈັດ​ຕັ້ງ​ປະຊາທິປະ​ໄຕ, ​ເປີດ​ເຜີຍ ​ແລະ ຖືກ​ກົດໝາຍ. ຈຳນວນ, ກົນ​ໄກ, ພາກສ່ວນ​ບັນດາ​ຜູ​້ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກສະພາ​ປະຊາ​ຊົນ ​ແມ່ນ​ເໝາະ​ສົມ​ກັບການ​ຄາດ​ຄະ​ເນ, ຕອບ​ສະໜອງມາດຕະຖານ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ. ​ໄລ່​ຮອດ​ປະຈຸ​ບັນ, ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ແຂວງ​ແມ່ນ 558 ພັນ​ກ່ວາ​ຄົນ.

ຂ່າວ/ບົດ​ອື່ນ