ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຈອມພົນມຽນມາ Min Aung Hlaing

ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຈອມພົນມຽນມາ Min Aung Hlaing - ảnh 1
ຈອມ​ພົນ Min Aung Hlaing ແລະ ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງ​ິນ 

(vovworld) – ​​​​​ຕອນ​ບ່າຍ​ວັນ​ທີ 6/3, ​ທ​ີ່​ການ​ຕ້ອນ​ຮັບ​​ຈອມ​ພົນ Min Aung Hlaing, ຜູ​້​ບັນ​ຊາ​ການ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ມຽນ​ມາ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງ​ິນ ໄດ້​ຢັ້ງ​ຢືນ​ວ່າ: ມຽນ​ມາ ຍາມ​ໃດ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ, ໄດ້​​ຮັບບຸ​ລິ​ມະ​ສິດ​ການ​ພົວ​ພັນ​ແຖວ​ໜ້າ​ໃນ​ນະ​ໂຍ​ບາຍ​​ການ​ຕ່າງ​ປະ​ເທດ ຂອງ ຫວຽດ​ນາມ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ສະ​ເໜີ​ໃຫ້​ການ​ນຳ​ກອງ​​ທັບທັງ 2 ປະ​ເທດ ຕັ້ງ​ໜ້າ​ຊີ້​ນຳ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ 2 ຝ່າຍ​ຄົ້ນ​ຄ້​ວາ​ຍົກ​ອອກ​ບັນ​ດາ​ຮູບ​​ແບບ ແລະ ມາດ​ຕະ​ການ​ທີ່​ສາ​ມາ​ດ​ເປັນ​ໄປ​ໄດ້​ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ຮອບດ້ານ, ມີ​ປະ​ສິດ​ທິ​ຜົນ ບັນ​ດາ​ເນື້ອ​ໃນ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ ທີ່​ໄດ້​ຕົກ​ລົງ​ຄື: ການ​ແລກ​ປ່ຽນ​ຄະ​ນະຜ​ູ້​ແທນ, ກ​ານຮ່ວມ​ມື​ບຳ​ລຸງ​ສ້າງ, ເສ​ນາ​ຮັກ, ພາ​ລະ​ທິ​ການ…

        ສ່ວນ​ຈອ​ມ​ພົນ Min Aung Hlaing ຢັ້ງ​ຢືນ​ວ່າ: ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ 2 ຝ່າຍ​ແມ່ນ​ສຳ​ຄັນ​ທີ່​ສຸດ ແລະ ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່​າງ​ສະ​ພາ​ແຫ່ງ​ຊາດກໍ່​ເຊັ່ນ​ດຽ​ວ​ກັນ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກອ​ງ​ທັບ 2 ປະ​ເທດກໍ່​ຈະ​ມີ​ບັນ​ດາ​ການ​ແລກ​ປ່ຽນ, ຮ່ວມ​ມື​​ຢ່າງແທດ​ຈິງ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ