ປະທານສະພາແຫ່ງຊາດຫງວຽນທິກິມເງິນຢ້ຽມຢາມ,ມອບຂອງຂວັນບຸນເຕັດຢູ່ແຂວງຕ່ຽນຢາງ

(VOVWORLD) -ຕອນເຊົ້າວັນທີ 04 ກຸມພາ, ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນປີໃໝ່ປະຈຳຊາດຢູ່ແຂວງຕ່ຽນຢາງ.
ປະທານສະພາແຫ່ງຊາດຫງວຽນທິກິມເງິນຢ້ຽມຢາມ,ມອບຂອງຂວັນບຸນເຕັດຢູ່ແຂວງຕ່ຽນຢາງ - ảnh 1(ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຢ້ຽມຢາມ,ມອບຂອງຂວັນບຸນເຕັດຢູ່ແຂວງຕ່ຽນຢາງ)

ຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຍ້ອງຍໍບັນດາຜົນງານເຊິ່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງຕ່ຽນຢາງ ບັນລຸໄດ້ໃນປີຜ່ານມາ, ພ້ອມທັງຖືວ່າ, ນີ້ແມ່ນບັນດາປັດໄຈສະດວກເພື່ອໃຫ້ທັງລະບົບການເມືອງສາມັກຄີ, ຮ່ວມແຮງຮ່ວມໃຈ ຍາດໄດ້ໄຊຊະນະໃໝ່ຫຼາຍກວ່າໃນບັນດາຂົງເຂດໃນປີ 2018 ກໍຄືໃນຊຸມປີຕໍ່ໆໄປ.

        ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ສະເໜີໃຫ້ການນຳທ້ອງຖິ່ນ, ຄຽງຄູ່ກັບການບໍລິຫານພັດທະນາເສດຖະກິດ, ສັງຄົມ ແລະ ການປ້ອງກັນຊາດປ້ອງກັນຄວາມສະຫງົບຢ່າງໝັ້ນຄົງໜັກແໜ້ນແລ້ວ ກໍ່ຕ້ອງເອົາໃຈໃສ່, ຊ່ວຍເຫຼືອບັນດາຄອບຄົວນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກ, ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ… ດ້ວຍບັນດາວຽກງານຢ່າງແທດຈິງ.

        ຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ກໍ່ໄດ້ ເຂົ້າຮ່ວມລາຍການມອບຂອງຂວັນ “ບຸນເຕັດເພື່ອຄົນທຸກຍາກ, ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ລະດູບານໃໝ່ປີຈໍ 2018.

ຕອບກັບ

ຂ່າວ/ບົດ​ອື່ນ