ປະທານສະພາແຫ່ງຊາດຫງວຽນທິກິມເງິນເປັນປະທານກອງປະຊຸມຄັ້ງທີ 11 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) -ຕອນບ່າຍວັນທີ 02 ມິຖຸນາ, ຢູ່ສຳນັກງານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມຄັ້ງທີ 11.

ປະທານສະພາແຫ່ງຊາດຫງວຽນທິກິມເງິນເປັນປະທານກອງປະຊຸມຄັ້ງທີ 11 ຄະນະປະຈຳສະພາແຫ່ງຊາດ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

(ພາບປະກອບ: TTXVN)

ນີ້ແມ່ນການປະຊຸມດ່ວນໃສ່ການປະກອບຄຳເຫັນເພື່ອໃຫ້ສັດຕະຍາບັນຂໍ້ສະເໜີແຕ່ງຕັ້ງຜູ້ພິພາກສາສານປະຊາຊົນສູງສຸດ ແລະ ໂຄງການກໍ່ສ້າງເສັ້ນທາງດ່ວນເໜືອ - ໃຕ້. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ນີ້ແມ່ນບັນດາເນື້ອໃນທີ່ໄດ້ວາງອອກ ກ່ອນທີ່ໄຂກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 14. ເລື່ອງເພີ່ມເຕີມເນື້ອໃນດັ່ງກ່າວເຂົ້າລາຍການກອງປະຊຸມທີ່ພວມດຳເນີນແມ່ນຈຳເປັນທີ່ສຸດ. ນີ້ແມ່ນຄັ້ງທຳອິດນັບແຕ່ຕົ້ນອາຍຸການມາຮອດປະຈຸບັນ, ສະພາແຫ່ງຊາດ ດຳເນີນການພິຈາລະນາກ່ຽວກັບການເພີ່ມເຕີມ 2 ເນື້ອໃນດັ່ງກ່າວ. ກ່ຽວກັບເນື້ອໃນບຸກຄະລາກອນ, ປະຈຸບັນ, ປະທານສານປະຊາຊົນສູງສຸດ ແລະ ກຳມາທິການຍຸຕິທຳໄດ້ສ້າງເອກະສານສຳເລັດແລ້ວ, ມີເງື່ອນໄຂຢ່າງພຽງພໍເພື່ອລາຍງານຕໍຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນກ່ອນທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ. ເນື້ອໃນທີ 2, ຄະນະປະຈຳສະພາແຫ່ງຊາດ ພິຈາລະນາໃຫ້ຄຳເຫັນກ່ຽວກັບບົດລາຍງານຄົ້ນຄວ້າຄວາມເປັນໄປໄດ້ຂອງຮ່າງໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນເໜືອ - ໃຕ້. 2 ເນື້ອໃນດັ່ງກ່າວ, ຄະນະປະຈຳສະພາແຫ່ງຊາດຈະໄດ້ປຶກສາກາລື ແລະ ເປັນເອກະພາບເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ